ຖ້ຳເກົາເຫລົາ ເມືອງວຽງພູຄາ ແຂວງຫລວງນ້ຳທາ
- Superphil Phil
- May 16, 2020
- 1 min read
ຖໍ້ານໍ້າແອງ ຫຼື ຖ້ຳເກົາເຫລົາ ເມືອງວຽງພູຄາ ແຂວງຫລວງນ້ຳທາ
ຖ້ຳເກົາເຫລົານີ້ເປັນຖ້ຳທີ່ມີຄວາມສວຍງາມເມືອໄດ້ເຂົ້າໄປຊົມທາງໃນ ຈະເຫັນພາບທີ່ຄ້າຍຄືກັບທົ່ງນາຂັ້ນໄດນ້ອຍຫຍາຍກັນຂື້ນໄປຕາມທາງຢາງເຂົ້າໄປໃນຖ້ຳພ້ອມກັບຄວາມໜາວເຢັນຂອງຖ້ຳເຊິງໄດ້ບັນຍາກາດຂອງການເຂົ້າໄປທຽວຖ້ຳອີ່ຫລີ່.
ຖ້ຳເກົາເຫລົາ ຕັ້ງຢູ່ ບ້ານນ້ຳແອງ ເມືອງວຽງພູຄາ ແຂວງຫລວງນ້ຳທາ ຫ່າງຈາກ ເທດສະບານເມືອງວຽງພູຄາ 12 ກິໂລແມັດ, ທາງໄປຫາ ແຂວງບໍ່ແກ້ວມີຖ້ຳທັງໝົດ 3 ຖ້ຳ, ຖ້ຳເກົາເລົາເປັນຖ້ຳຫີນປູນ, ເລິກ 3,2 ກິໂລແມັດ, ເລິກເຂົ້າໄປໃນໜ່ວຍພູ, ມີຄວາມສວຍງາມໜ້າປະທັບໃຈຫຼາຍ, ຊາວບ້ານເປັນຜູ້ບໍລິການເກັບຄ່າຜ່ານປະຕູ ແລະ ຈັດລາຍການ ທ່ອງທ່ຽວເຂົ້າຖ້ຳ. ໃນລະດູຝົນ ພາຍໃນຖ້ຳຈະມີນ້ຳ. ສ່ວນອີກຖ້ຳໜຶ່ງຢູ່ທິດໃຕ້ ຂອງຖ້ຳໃຫຍ່ບໍ່ທັນໄດ້ເປີດ ບໍລິການນັກທ່ອງທ່ຽວເຂົ້າຊົມ ຍ້ອນຊາວບ້ານ ເຊື່ອວ່າເປັນຖ້ຳສັກສິດ. ແຕ່ສາມາດໄປຊົມບ່ອນຮູນ້ຳອອກ ຈາກຖ້ຳ ດັ່ງກ່າວໄດ້ ຈາກເສັ້ນທາງຫຼວງ R3 ປະມານ 5 ນາທີ. ຕາມຕຳນານກ່າວກັນວ່າ: ມີ ງູ ເຫຼືອມໂຕໜຶ່ງ ໄດ້ຖືກປ່ອຍເຂົ້າໄປໃນຖ້ຳໂດຍຜູ້ເຖົ້າຄົນໜຶ່ງ ຊຶ່ງເປັນເຈົ້າຂອງ ທີ່ລ້ຽງງູມາແຕ່ນ້ອຍ, ເຈົ້າຂອງ ງູ ໄດ້ທຸບຕາງູໃຫ້ບອດຍ້ອນມັນກິນສັດລ້ຽງ ຂອງຊາວບ້ານ. ຜູ້ເຖົ້າຄົນນັ້ນຈີ່ງໄດ້ປ່ອຍ ງູ ເຂົ້າຖ້ຳ ແລະ ໄດ້ບອກກັບງູວ່າ ແຕ່ລະປີຈະຈັດພິທີລ້ຽງ. ດັ່ງນັ້ນ ໃນແຕ່ລະປີຊາວບ້ານຈະເອົາໄກ່ ແລະ ໝູມາລ້ຽງຢູ່ປາກຖ້ຳ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments