top of page
Search

ຖໍ້າຜາສູບ ແລະ ດອກໄມ້ບານ ເມືອງວຽງໄຊ

  • Writer: Superphil Phil
    Superphil Phil
  • Jun 12, 2020
  • 1 min read

ຖໍ້າຜາສູບ ແລະ ດອກໄມ້ບານທີ່ ບ້ານເກີດ ເມືອງວຽງໄຊ. ວຽງໄຊ ເປັນເມືອງປະຫວັດສາດ ເປັນຖານທີ່ໝັ້ນຂອງການປະຕິວັດ ຫຼືເວົ້າຢ່າງໜຶ່ງວ່າເປັນ “ບ້ານເກີດຂອງ ສປປ ລາວ” ກໍວ່າໄດ້ ເພາະກອງທັບ, ພັກ, ລັດຖະບານ, ບັນດາກະຊວງ ແລະອົງການຈັດຕັ້ງຕ່າງໆ ຂອງ ສປປ ລາວ ໃນປັດຈຸບັນແມ່ນເກີດຂຶ້ນທີ່ນີ້ ກ່ອນຈະຍົກຍ້າຍໄປຍັງນະຄອນຫຼວງວຽງຈັນ ພາຍຫຼັງປະກາດສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ຖໍ້າຜາສູບ ຕັ້ງຢູ່ທາງຕີນບ້ານນາພາ ຍ່າງຜ່ານທົ່ງນາໄປບໍ່ຮອດ 10 ນາທີ ກໍຮອດຕີນຜາ ແລະຍ່າງຂຶ້ນໄປບໍ່ທັນເມື່ອຍກໍຮອດປາກຖໍ້າ ເຊິ່ງເປັນອຸໂມງທີ່ກວ້າງໃຫຍ່ ສາມາດດຳລົງຊີວິດຢູ່ໄດ້ຫຼາຍຮ້ອຍຄົນ. ຜູ້ເຖົ້າເລົ່າວ່າ ຕະຫຼອດໄລຍະສົງຄາມ, ປະຊາຊົນແລະທະຫານ ທີ່ຢູ່ບ້ານນາພາ ເມືອງວຽງໄຊແຫ່ງນີ້ ໄດ້ຫຼົບຫຼີກຈາກການຖິ້ມລະເບີດໃສ່ຖໍ້າແຫ່ງນີ້. ບັນດາການນຳແນວລາວຮັກຊາດ ແລະຄອບຄົວຂອງເພິ່ນຫຼາຍທ່ານ ທີ່ຢູ່ຝ່າຍແນວລາວຮັກຊາດ ກໍເຄີຍດຳລົງຊີວິດຢູ່ໃນຖໍ້າແຫ່ງນີ້ ລວມທັງຄອບຄົວທ່ານ ສີຊະນະສີສານ ແລະ ທ່ານ ດຣ ເພັດ ພົມພິທັກ (ຫົວໜ້າຫ້ອງວ່າການລັດຖະບານໃນປັດຈຸບັນ) ກໍໄດ້ອາໄສຢູ່ໃນຖໍ້າແຫ່ງນີ້.

ພາບ: laopost.com

ການດຳລົງຊີວິດຢູ່ໃນຖໍ້າແຫ່ງນີ້ ແມ່ນດຳເນີນໄປຢ່າງເປັນປົກກະຕິ ແລະມີການຮ່ວມມືກັບຫຼາຍພາກສ່ວນ. ນອກຈາກນັ້ນ ກໍຍັງມີລູກຫຼານຫຼາຍຄົນທີ່ເກີດຢູ່ໃນຖໍ້າແຫ່ງນີ້. ຢູ່ກົງກັນຂ້າມກັບປາກຖໍ້າແຫ່ງນີ້ ແມ່ນມີຜາສູງອີກໜ່ວຍໜຶ່ງ ເປັນກຳບັງໄວ້ ເຊິ່ງເຮັດໃຫ້ເຮືອບິນບໍ່ສາມາດຍິງລູກສອນໄຟ ຫຼືຖິ້ມລະເບີດເຂົ້າໃສ່ປາກຖໍ້າຜາສູບໄດ້. ເຊິ່ງນີ້ກໍແມ່ນລັກສະນະພິເສດໜຶ່ງ ຂອງເຂດທີ່ໝັ້ນເມືອງວຽງໄຊ ທີ່ສາມາດເປັນທີ່ຫຼົບຫຼີກຈາກການໂຈມຕີຂອງສັດຕູຝ່າຍກົງກັນຂ້າມໄດ້. ຖໍ້າຜາສູບ ແລະ ດອກໄມ້ບານທີ່ ບ້ານເກີດ ເມືອງວຽງໄຊ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page