top of page
Search

ຖ້າ​ຢາກ​ເຕີບ​ໂຕ ຜະລິດຕະພັນລາວ ຕ້ອງມີ​ການໂຄສະນາ ແລະ ສົ່ງເສີມໃຫ້​ຫລາຍ​ຂື້ນ.

  • Writer: Superphil Phil
    Superphil Phil
  • Sep 5, 2020
  • 1 min read

ຖ້າ​ຢາກ​ເຕີບ​ໂຕ ຜະລິດຕະພັນລາວ ຕ້ອງມີ​ການໂຄສະນາ ແລະ ສົ່ງເສີມໃຫ້​ຫລາຍ​ຂື້ນ. ປະ​ຈຸ​ບັນ​ຢູ​ໃນ ສ​ປ​ປ ລາວ ກໍ​ໄດ້ຫັນມາສ້າງຜະລິດຕະພັນຂອງຕົວເອງຂຶ້ນມາ ເປັນຈຳນວນຫຼາຍຕາມທ່າແຮງແຕ່ລະທ້ອງຖິ່ນ ເຊິ່ງເປັນສິນຄ້າທີ່ມີຄຸນນະພາບ ແລະ ມີຮູບຮ່າງໜ້າຕາທີ່​ເປັນ​ເອ​ກະ​ລັກ​ຂອງ​ແຕ່​ລ​ະ​ຄົນ, ​ມີ​ຄວາມ​ສວຍ​ງາມ ມີ​ສິ​ລະ​ປະ ສີ​ມື​ອັນ​ປາ​ນີດ, ແຕ່ສິນຄ້າເຫຼົ່ານີ້ຍັງບໍ່ສາມາດເຂົ້າເຖິງຕະຫຼາດ ແລະ ບໍ່​ເປັນ​ທີ່​ນິ​ຍົມ​ໃນ​ສັງ​ຄົມ​ລາວ​ເທືອ​ດ້ວຍ​ຫລາຍ​ສາຍ​ເຫດ. ​ສະນັ້ນ, ເພື່ອເຮັດໃຫ້ຜະລິດຕະພັນຂອງຄົນລາວ ໄດ້ມີໂອກາດເຂົ້າເຖິງຕະຫຼາດ, ສາມາດສະໜອງໃຫ້ຜູ້ບໍລິໂພກພາຍໃນ ທັງເປັນການທົດແທນສິນຄ້ານຳເຂົ້າຈຳນວນໜຶ່ງ ບໍລິສັດ ລາວເບັດສ໌ ຈຶ່ງໄດ້ຮວບໂຮມເອົາບັນດາຜະລິດຕະພັນຕ່າງໆ ມາໂຮມກັນ ເພື່ອສ້າງເປັນສູນລວມຜະລິດຕະພັນລາວ. ທ່ານ ນາງ ລັດສະໝີ ເວດຊະພົງ ປະທານບໍລິສັດ ແມ່ຂອງລາວ ຂາອອກ – ຂາເຂົ້າ ຈຳກັດ ທັງເປັນຜູ້ຈັດການ ບໍລິສັດ ລາວເບັດສ໌ ແລະ ເປັນຜູ້ທີ່ໄດ້ຮັບລິຂະສິດຈັດງານທ໊ອບລາວແບຣນ ກ່າວວ່າ:

ພາບ: laoedaily.com.la

ໃນປັດຈຸບັນພວກເຮົາໄດ້ສ້າງຜະລິດຕະພັນທີ່ຜະລິດໂດຍສີມືຂອງຄົນລາວ ເຊິ່ງເປັນສິນຄ້າທີ່ມີຄຸນນະພາບ ໂດຍສະເພາະຮູບຮ່າງໜ້າຕາ, ການຫຸ້ມຫໍ່ ຫຼື ມາດຕະຖານບໍ່ໄດ້ເປັນຮອງໃຜ ເພື່ອໃຫ້ຄົນລາວໄດ້ເຫັນໃຫ້ສັງຄົມລາວໄດ້ຮູ້ວ່າ ພວກເຮົາໄດ້ສ້າງຜະລິດຕະພັນລາວຂຶ້ນມາແລ້ວ ແລະ ພ້ອມຈະຈຳໜ່າຍ ແຕ່ພວກເຮົາຍັງຂາດເລື່ອງການຕະຫຼາດ, ວິທີການໂຄສະນາ ແລະ ອື່ນໆ. ຫາກ​ອີງ​ຕາມຫຼັກການແລ້ວຈະ​ຕ້ອງ​ມີຜູ້ຜະລິດ, ຜູ້ເຮັດການຕະຫຼາດ, ແລະ ອື່ນໆ ມາສະໜັບສະໜູນ ຫຼື ເຮັດແນວໃດກໍໄດ້ ເພື່ອໃຫ້ຜູ້ຜະລິດຮູ້ຈັກວິທີການດຳເນີນ ການຕະຫຼາດ, ການໂຄສະນາ ແລະ ອື່ນໆ ເວລາຜະລິດຂຶ້ນມາແລ້ວຕ້ອງມີຕະຫຼາດຮອງຮັບ ແລະ ສາມາດຕອບສະໜອງໄດ້ແທ້ ນັ້ນເປັນສິ່ງທີ່ບ້ານເຮົາຍັງເຮັດບໍ່ທັນໄດ້, ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາໃນນາມຜູ້ຜະລິດແມ່ນໄດ້ເຮັດໄປຄຽງຄູ່ກັບການຮຽນຮູ້. ​ສິນ​ຄ້າລາວ ຕ້ອງພັດ​ທະ​ນາ​ໃຫ້​ຫລາຍກວ່າ​ເກົ່າ​ເພື່ອ​ໂອ​ກາດ​ທາງ​ຕະ​ຫລາດ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page