top of page
Search

ຕາດທຳມະຊາດຫ້ວຍກູ້ ຕາດທີ່​ມີຄວາມງົດ​ງາມ

  • Writer: Superphil Phil
    Superphil Phil
  • Apr 14, 2020
  • 1 min read

ຕາດຫ້ວຍກູ້ ຕາດທຳມະຊາດ ນຳ້ສະອາດ ອາກາດບໍລິສຸດ

ຕາດ​ຫ້ວຍກ​ູ້ ເປັນ​ຕາດ​ໜື່ງ​ທີ່​ມີຄວາມງົດ​ງາມຂອງ​ທຳ​ມະ​ຊາດ ແລະ ມີ​ນ້ຳ ແລະ ອາ​ກາດ​ທີ່ບ​ໍ​ລິ​ສຸດ, ທັງ​ເປັນ​ແຫລ່ງ​ທ່ອງ​ທຽວ​ທີ່​ມີ​ຊື່​ສຽງ ຂອງ​ເມືອງວຽງ​ທອງ ແຂວງ​ບໍ​ລິ​ຄຳ​ໄຊ.

ພາບ: bolikhamxay.gov.la

ວຽງທອງ ກໍ່ເປັນອີກເມືອງໜຶ່ງຂອງແຂວງບໍລິຄຳໄຊທີ່ມີມົນສະເໜ່ສະເພາະຕົວ ເພາະວ່າມີແຫຼ່ງທ່ອງທຽວທາງວັດທະນະທຳ ທີ່ມີຊື່ສຽງອີກແຫ່ງໜຶ່ງຂອງແຂວງ ນັ້ນກໍ່ຄື “ວັດທາດພູວຽງ” ເຊີ່ງເປັນພະທາດທີ່ ພໍ່ແມ່ຜາລີ ໄຊຍະວົງສ໌ ເປັນຜູ້ນຳພາສ້າງ ໃນປີ 1982. ນ້ອກນັ້ນ ເມືອງແຫ່ງນີ້ ຍັງມີການດຳລົງຊີວິດຕິດພັນກັບຮີດຄອງປະເພນີທີ່ຫຼາກຫຼາຍ ແລະ ອຸດົມສົມບູນທາງດ້ານທຳມະຊາດ, ເມື່ອງແຫ່ງນີ້ມີແຫຼ່ງທ່ອງທ່ຽທ່ຽວທຳມະຊາດທີ່ມີຊື່ສຽງອີກຫຼາຍແຫ່ງ ໜຶ່ງໃນນັ້ນກໍ່ແມ່ນ “ຕາດຫ້ວຍກູ້”.

“ຕາດຫ້ວຍກູ້” ຕັ້ງຢູ່ບ້ານເມືອງມ່ວນ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄປຕາມທາງເລກທີ່ 1D ຫ່າງຈາກເທດສະບານເມືອງໄປ 50 ກິໂລແມັດ ຫຼັງຈາກນັ້ນກໍ່ສືບຕໍ່ການເດີນທາງດ້ວຍການຍ່າງອີກປະມານ 1 ກິໂລແມັດກ່ວາ ກໍ່ເຖີງຈຸດດັ່ງກ່າວ.


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page