top of page
Search

ຕາດຄາ ຕາດທໍາມະຊາດທີ່ສວຍງາມ ແລະ ສູງທີ່ສຸດຂອງແຂວງຊຽງ ຂວາງ.

  • Writer: Superphil Phil
    Superphil Phil
  • Jul 17, 2020
  • 1 min read

ຕາດຄາ ຕາດທໍາມະຊາດທີ່ສວຍງາມ ແລະ ສູງທີ່ສຸດຂອງແຂວງຊຽງ ຂວາງ.

ສາວຊຽງຂວາງທັງງາມທັງເກັ່ງ, ທຳມະຊາດກໍ່ງາມບໍ່ຕ່າງກັນ ແລະ ຕາດຄາ ເປັນຕາດທໍາມະຊາດທີ່ມີຄວາມສວຍງາມ ແລະ ສູງທີ່ສຸດຂອງແຂວງຊຽງ ຂວາງ ຕັ້ງຢູ່ບ້ານຄັງພະນຽນ ເມືອງໜອງແຮດ, ຫ່າງຈາກເທສະບານເມືອງແປກ ປະມານ 104 ກິໂລແມັດ ຕາມເສັ້ນທາງເລກ 7 ແລະ ຫ່າງຈາກເສັ້ນທາງດັ່ງກ່າວເຂົ້າສູ່ແຫຼ່ງທ່ອງທ່ຽວ ປະມານ 5 ກິໂລແມັດ ເປັນທາງປູດ້ວຍຫີນ.

ຮູບ: ຈາກພະແນກ ຖວທ ແຂວງຊຽງຂວາງ

ຕາດທີ່ສູງສະງ່າງົດງາມຂອງຊຽງຂວາງອາດເວົ້າໄດ້ວ່າຕ້ອງແມ່ນຕາດຄາ ເຊິ່ງເປັນຕາດທີ່ມີຄວາມສວຍງາມເປັນຢ່າງຍິ່ງ ເພາະນໍ້າຂາວໃສສະອາດທີ່ອອກຈາກຮູຜາໄຫຼລົງມາໂຕນໃສ່ຕາດທີ່ເປັນຫຼາຍຂັ້ນ ກະແຈກກະຈາຍທີ່ມີ ຄວາມສູງ ປະມານ 141 ແມັດ ເຊິ່ງແບ່ງເປັນ 3 ຕາດ ໂດຍຈຸດຕົ້ນນໍ້າຫາຈຸດພັກທີ 3 ມີຄວາມສູງປະມານ 81 ແມັດ ແລະ ຕາດທີ 3 ລົງຮອດຕີນຕາດສູງ 60 ແມັດ ກວ້າງ 40 – 50 ແມັດ, ມີຂັ້ນໄດຍ່າງຕໍ່ກັນເປັນຂັ້ນໆເຊື່ອມຕໍ່ຕາດແຕ່ລະຂັ້ນຢ່າງງາມຕາ. ຕາມການເລົ່າຂານກັນມາໃນສະໄໝກ່ອນ ຕາດແຫ່ງນີ້ເປັນຕາດຫວງຫ້າມສຳລັບຜູ້ຍິງ ແລະ ຫ້າມຈູງສັດຕ່າງໆມາຂ້າມຕາດແຫ່ງນີ້ ເພາະຫາກຜູ້ຍິງຄົນໃດໄດ້ມາຂ້າມແມ່ນໍ້າແຫ່ງນີ້ແລ້ວກໍຈະບໍ່ສາມາດມີລູກ ຫຼື ຫຼຸລູກ. ນອກນັ້ນ, ຫາກໃຜຈູງສັດໂດຍສະເພາະແມ່ນໝາ ແລະ ແບ້ ຂ້າມນໍ້າແຫ່ງນີ້ແມ່ນຈະກໍ່ໃຫ້ເກີດໄພພິບັດ ເພາະຜິດກັບພະຍານາກ. ດັ່ງນັ້ນ, ຈຶ່ງໃສ່ຊື່ວ່າ “ ຕາດຄາ ” ເພາະຜູ້ຍິງ ແລະ ສັດບາງຊະນິດບໍ່ສາມາດຂ້າມໄດ້ ແລະ ຕ້ອງຄາຢູ່ທີ່ນີ້ນັ້ນເອງ. ຕາດຄາ ຕາດທີ່ສວຍງາມ ແລະ ສູງທີ່ສຸດໃນເມືອງໜອງແຮດ ຊຽງຂວາງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page