top of page
Search

ຕາດກວາງຊີ ສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງລາວ.

  • Writer: Superphil Phil
    Superphil Phil
  • Aug 16, 2020
  • 1 min read

ຕາດກວາງຊີ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ສວຍງາມທີ່ສຸດ. ຫາກຈະເວົ້າເຖິງການທ່ອງທ່ຽວ ຫລື ສະຖານທີ່ທີ່ໜ້າໄປໃນປະເທດລາວແນນອນຫຼາຍໆທ່ານຄົງຈະນຶກເຖິງນະຄອນຫຼວງພະບາງເປັນອັນດັບທໍາອິດເນື່ອງຈາກວ່າແຂວງຫຼວງພະບາງແຫ່ງນີ້ເປັນແຂວງແຫ່ງສະເໜ່ທີ່ດຶງດູດນັກທ່ອງທ່ຽວເຂົ້າມາຊົມທັງປະຫວັດສາດ ແລະ ຄວາມງາມຂອງທິວທັດທໍາມະຊາດ ແລະ ແນນອນຖ້ານືກເຖິງຫລວງພະບາງກໍຕ້ອງນືກເຖິງຕາດກວາງຊີຕາດທີ່ເອີ້ນວ່າເປັນເອກະລັກຂອງຫລວງພະບາງ.  ແຕ່ທ່ານຮູ້ຫຼືບໍ່ວ່າໃນນັ້ນແຂວງຫຼວງພະບາງກໍ່ເປັນອີກແຂວງ ໜຶ່ງທີ່ມີສະຖານທີ່ທ່ອງທ່ຽວບໍ່ນ້ອຍໜ້າແຂວງອື່ນໆເຊັ່ນກັນແລະ ໃນປະຈຸບັນນີ້ແຫ່ງທ່ອງທ່ຽວທີ່ຂຶ້ນຊື່ ແລະ ທັງເປັນດິນແດນອະລິຍະທໍາຂອງແຂວງຫຼວງພະບາງໃນຕໍານານດິນແດນແຫ່ງນໍ້າຕົກຕາດກວາງຊີຊຶ່ງອຸດົມໄປດ້ວຍທໍາມະຊາດ ແລະ ທິວທັດບັນຍາກາດດີອຸດົມສົມບູນເຕັມໄປດ້ວຍສີສັນຂອງພູຜາປ່າໄມ້ຂຽວງາມອຸມທຸມ ແລະ ໃນດິນແດນແຫ່ງນີ້ ຍັງມີສະຖານທີ່ທ່ອງທ່ຽວອີກຫຼາຍຫຼາຍຄ່ອຍຜູ້ຄົນໄປສໍາຜັດ.

ພາບ: sethakit-psx.la

ຕາດກວາງຊີ ເປັນນໍ້າຕົກຕາດຍອດນິຍົມຂອງເມືອງລາວກໍວ່າໄດ້ ເມື່ອແຕ່ລະມື້ຈະມີນັກທ່ອງທ່ຽວເດີນທາງມາຍາມສຳຜັດ ແລະ ຫລິ້ນນໍ້າຢູ່ທີ່ນີ້ຢ່າງຫລວງຫລາຍ ຈາກມົນສະເຫນ່ຄວາມງົດງາມຂອງນໍ້າຕົກ, ທຳມະຊາດ ແລະ ມີວັງສຳລັບຫລິ້ນນໍ້າ ເຮັດໃຫ້ແຕກຕ່າງຈາກນໍ້າຕົກອື່ນໆ, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດລົງອາບນ້ຳທີ່ໃສ່ເຢັນແຫ່ງນີ້ ພ້ອມທັງເກັບພາບງາມຂອງຕາດກວາງຊີ.  ນ້ຳຕົກຕາດກວາງຊີ ເປັນນ້ຳຕົກຫີນປູນຂະໜາດໃຫຍ່ສູງປະມານ 70 ແມັດ ມີສາຍນ້ຳໄຫລອາບມາຕາມໜ້າຜາຜ່ານໂຂດຫີນນ້ອຍໃຫຍ່ ຮູບຊົງແປກຕາລົງສູ່ແອ່ງນ້ຳເບື້ອງລຸ່ມມີນ້ຳຕະຫລອດປີ.  ແຕ່ໃນລະດູຮ້ອນນ້ຳຂ້ອນຂ້າງນ້ອຍ ສະພາບປ່າມີຄວາມຮົ່ມເຢັນ ດ້ານລຸ່ມມີຂົວ ແລະ ເສັ້ນທາງເດີນຊົມອ້ອມຮອບນ້ຳຕົກ ແລະ ບ່ອນນັ່ງໃຫ້ຊົມວິວທິວທັດນະ ລວມທັງມີຫ້ອງສຳລັບປ່ຽນເຄື່ອງແຕ່ງຕົວສຳລັບທ່ານທີ່ຕ້ອງການລົງຫລິ້ນນ້ຳຕົກ ອີກດ້ວຍ . ຕາດກວາງຊີ ສະຖານທີ່ທຳມະຊາດທີ່ສວຍງາມທີ່ສຸດຂອງຫລວງພະບາງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page