top of page
Search

​ຕາດ​ເທວະ​ດາ ຫຼື “ ນໍ້າຕົກຕາດຕະຫຼຸຍ ” ແຫຼ່ງທ່ອງທ່ຽວທີ່ທ່ານບໍ່ຄວນພາດ

  • Writer: Superphil Phil
    Superphil Phil
  • Jun 27, 2020
  • 1 min read

Updated: Oct 31, 2020

​ຕາດ​ເທວະ​ດາ ​ຕາດ​​ທີ່​ມີ​ຄວາມ​ສວຍ​ງາມ ແລະ ໜ້າ​ທ່ອງ​ທ່ຽວ. ເພື່ອ​ສົ່ງ​ເສີມການທ່ອງທ່ຽວ​ໃຫ້​ຄືກ​ຄື້ນ ແລະ ໃຫ້ມີລາຍໄດ້ ​ເຊິ່ງ​ປົກ​ກະ​ຕິ​ແລ້ວ ການ​ທ່ອງ​ທ່ຽວ​ພາຍ​ໃນ​ເຮົາບໍ່ຄ່ອຍໄດ້ໃຊ້​ການລົງທຶນອີ​ຫຍັງຫຼວງຫຼາຍ ເນືອງ​ຈາກ​ປະ​ເທດ​ເຮົາ​ແມ່ນ​ມີ​ທຳ​ມະ​ຊາດ​ທີ່​ເອື້ອຍ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ທ່ອງ​ທ່ຽວ​ເປັນ​ພື້ນ​ຖານ​ຢູ່​ແລ້ວ ສຳຄັນທີ່ສຸດນັ້ນແມ່ນເຮົາຈະເຮັດແນວໃດ ໃຫ້ສະຖານທີ່ທ່ອງທ່ຽວເປັນທີ່ຮູ້ຈັກຂອງສັງຄົມ ດຶງດູດຄົນໄປທ່ຽວໃຫ້ໄດ້ ແລະ ສ້າງສະຖານທີ່ທ່ອງທ່ຽວໃຫ້ເປັນທີ່ຕິດໃຈຂອງ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ.

ພາບ: laopost.com​

ຕາດ​ເທວະ​ດາ​ກໍ່​ແມ່ນ​ຕາດ​ໜຶ່ງ​ທີ່​ມີ​ຄວາມ​ສວຍ​ງາມ ໜ້າ​ທ່ອງ​ທ່ຽວ ແລະ ມີ​ນິ​ຍາຍ​ເປັນ​ເລື່ອງ​ເລົ່າ​ຂານ​ກັນ​ມາ​ຈາກ​ລຸ້ນ​ສູ່​ລຸ້ນ ເຊິ່ງນ້ຳຕົກຕາດເທວະດາ ເກີດມາຈາກຫ້ວຍນ້ຳໃສ, ບ້ານຫາງພູນ້ອຍ ເມືອງສາລະວັນ, ທີ່ຕັ້ງຂອງນ້ຳຕົກຕາດແມ່ນຢູ່ໄກຈາກເທສະບານເມືອງສາລະວັນປະມານ 22 ກິໂລແມັດ ໄປຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ ຖ້າຜູ້ໃດໄດ້ມີໂອກາດໄປທ່ອງທ່ຽວທາງພາກໃຕ້ຂໍແນະນຳວ່າ ບໍ່ຄວນພາດຕາດແຫ່ງນີ້ເດັດຂາດ ເຊິ່ງ ນໍ້າຕົກຕາດເທວະດາ ມີຊື່ເດີມວ່າ “ ນໍ້າຕົກຕາດຕະຫຼຸຍ ”. ຕາມເຖົ້າແກ່ພາຍໃນບ້ານໄດ້ເລົ່າສູ່ກັນຟັງວ່າ: ໃນບໍລິເວນດ້ານລຸ່ມຂອງນ້ຳຕົກຕາດໄດ້ມີພະພຸດທະຮູບສະຖິດຢູ່ໃນຖ້ຳກ້ອງນ້ຳຕົກ ໃນແຕ່ລະປີພໍຮອດເດືອນຫ້າປະຊາຊົນພາຍໃນບ້ານຈັດຕັ້ງບຸນ ແລະ ພາກັນມາຫົດສົງພະ ໃນບໍລິເວນຕໍ່ໜ້ານ້ຳຕົກຕາດຍັງມີຫີນຕັ້ງເປັນຮູບລັກສະນະ ຄ້າຍກັບພົມສີ່ໜ້າ ( ໃນສາສະໜາຮິນດູ ) ໃນອະດີດມີສອງອັນ ແລະ ປັດຈຸບັນເຫຼືອພຽງອັນດຽວຍ້ອນຖືກລະເບີດໃນສະໄໝສົງຄາມ ຕໍ່ມາໃນປີ 2008 ນັກທຸລະກິດເຂົ້າມາສຳປະທານເຂດດັ່ງກ່າວເຫັນວ່ານ້ຳຕົກຕາດມີຄວາມສວຍງາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ມີຫີນພົມສີ່ໜ້າ ຈຶ່ງໄດ້ປ່ຽນຊື່ຈາກຕາດຕະຫຼຸຍ ມາເປັນ “ ຕາດເທວະດາ ” ເທົ່າທຸກວັນນີ້. ​ຕາດ​ເທວະ​ດາ ​ຕາດ​​ທີ່​ມີ​ຄວາມ​ສວຍ​ງາມ ແລະ ໜ້າ​ທ່ອງ​ທ່ຽວ


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page