top of page
Search

ຕະຫຼາດໜອງໜ້ຽວ ໄດ້ຮັບຄວາມສົນໃຈຈາກຜູູ່ຊື້ ແລະ ຜູ່ຂາຍຢ່າງຕໍ່ເນື່ອງ.

  • Writer: Superphil Phil
    Superphil Phil
  • Jul 17, 2020
  • 1 min read

ຕະຫຼາດໜອງໜ້ຽວ ໄດ້ຮັບຄວາມສົນໃຈຈາກຜູູ່ຊື້ ແລະ ຜູ່ຂາຍຢ່າງຕໍ່ເນື່ອງ.

ຖ້າ​ຈະເວົ້າເຖິງຕະຫຼາດໃນນະຄອນຫຼວງວຽງຈັນ ຕະຫຼາດໜອງໜ້ຽວ ກໍ່ເປັນໜຶ່ງໃນບັນດາຕະຫຼາດທີ່ມີຢູ່ໃນນະຄອນຫຼວງວຽງຈັນ ທີ່ສັງຄົມ ໃຫ້ຄວາມສົນໃຈເປັນພິເສດ ເພາະເປັນຕະຫຼາດທີ່ຂຶ້ນຊື່ເລື່ອງຜັກສົດທຸກຊະນິດ. ນອກນັ້ນ, ຍັງຕິດ 1 ໃນ 4 ອັນດັບຕະຫຼາດຕົວຢ່າງທີ່ມີໂຄງສ້າງມາດຕະຖານ, ມີການບໍລິຫານຈັດການທີ່ດີ ແລະ ມີສະຖານທີ່ຈອດລົດກວ້າງຂວາງອີກດ້ວຍ.

ພ​າບ: laoedaily.com.la

    ຕະຫຼາດເລີມ​ຕົ້ນ​ເປີດໃນປີ 2009 ເປັນຕົ້ນມາ ເຫັນວ່າມີຜົນຕອບຮັບຈາກລູກຄ້າຫຼາຍສົມຄວນ ເຊິ່ງໄລຍະທຳອິດມີແມ່ຄ້າມາໃຊ້ບໍລິການບໍ່ຫຼາຍ ເພາະເປັນຕະຫຼາດເປີດໃໝ່ ແລະ ມີຄົນຮູ້ຈັກໜ້ອຍ, ແຕ່ມາເຖິງໄລຍະໜຶ່ງກໍເລີ່ມມີແມ່ຄ້າເຂົ້າມາໃຊ້ບໍລິການຫຼາຍຂຶ້ນ ຈຶ່ງເຮັດໃຫ້ເຮົາມີລູກຄ້າເພີ່ມຂຶ້ນນັບແຕ່ປີ 2011 ເປັນຕົ້ນມາເຖິງປັດຈຸບັນ ແລະ ອີກເຫດຜົນໜຶ່ງທີ່ເຮັດໃຫ້ແມ່ຄ້າໃຊ້ບໍລິການພວກເຮົາກໍຍ້ອນສະຖານທີ່ສະອາດ ແລະ ເກັບຄ່າເຊົ່າບໍ່ແພງ ເຊິ່ງທຸກຄົນທີ່ເຂົ້າມາຂາຍເຄື່ອງໃນຕະຫຼາດເຮົາຈະໄດ້ຮັບສ່ວນຫຼຸດກໍຄືບໍ່ເສຍຄ່າເຊົ່າ 6 ເດືອນ, ສ່ວນຄ່ານ້ຳ, ຄ່າໄຟຟ້າ ແມ່ນບໍ່ໄດ້ເສຍ ເຊິ່ງໃນຈຸດນີ້ໄດ້ເຮັດໃຫ້ແມ່ຄ້າເຂົາເຈົ້າພໍມີທຶນໝູນວຽນ, ສາມາດຕັ້ງຕົວໄດ້ ເຮັດໃຫ້ຕະຫຼາດເຮົາມີແມ່ຄ້າມາຂາຍເຄື່ອງຫຼາຍ ແລະ ລູກຄ້າກໍເຂົ້າມາໃຊ້ບໍລິການຫຼາຍເຊັ່ນກັນ.

ທ່ານ ປະສິດ ແກ້ວມະໄລພອນ ເຈົ້າຂອງຕະຫຼາດໜອງໜ້ຽວ ບ້ານໜອງໜ້ຽວ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປີດເຜີຍຕໍ່ທີມຂ່າວເສດຖະກິດການຄ້າເມື່ອບໍ່ດົນມານີ້ວ່າ: ຕະຫຼາດແຫ່ງນີ້ສ້າງໃນປີ 2007 ແລະ ເປີດໃຊ້ບໍລິການໃນປີ 2009 ພາຍໃນຕະຫຼາດແຍກອອກເປັນແຕ່ລະໂຊນ ເຊັ່ນ: ໂຊນຂາຍເຄື່ອງທົ່ວໄປ, ໂຊນຂາຍສິນຄ້າອຸປະໂພກ – ບໍລິໂພກ, ໂຊນຂາຍແມ່ນໝາກໄມ້ ແລະ ຂາຍຂອງກິນສຸກອື່ນໆ. ສໍາລັບເຫດຜົນທີ່ຜູ້ຄົນມາໃຊ້ບໍລິການໃນຕະຫຼາດໜອງໜ້ຽວແຫ່ງນີ້ຫຼາຍທຸກໆມື້ ຍ້ອນວ່າ: ຕະຫຼາດຂອງພວກເຮົາເປັນຕະຫຼາດທີ່ລືຊື່ເລື່ອງຂາຍຜັກສົດຕາມການເຮັດການສຳຫຼວດພາຍໃນຕະຫຼາດ ເຮົາເຫັນວ່າຜັກສົດຈະຂາຍໝົດໄວກ່ອນສິນຄ້າປະເພດອື່ນໆທີ່ເປີດບໍລິການນັບແຕ່ 6:00 ໂມງ ຫາ 18:00 ໂມງ. ຕະຫຼາດໜອງໜ້ຽວ ຍັງ​ເປັນ​ທີ່​ນິ​ຍົມນ​ຂອງແມ່​ຄ້າ ແລະ​ ​ຜູ່​ບໍ​ລິ​ໂພກ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page