top of page
Search

ຕ້ອງ​ປ່ຽນ!!! ເພື່ອ​ຄວາມ​ທັນ​ສະ​ໄໝ ແລະ ຫຼີກລ່ຽງການແອອັດ.

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ກະຊວງການເງິນແຈ້ງຊ່ອງທາງແຈ້ງອາກອນດ້ວຍຕົນເອງຜ່ານອອນລາຍ

ປະ​ຈຸ​ບັນ​ໃນ​ຍຸກ​ເທັກ​ໂນ​ໂລ​ຍີ​ທີ່​ທັນ​ສະ​ໄໝ ຫລາຍໆ​ຢ່າງ​ສາ​ມາດ​ຈັດ​ການ​ດ້ວຍ​ໂປ​ຣ​ແກ​ຣມ, ແອບ ຄອມ​ພິວ​ເຕີ້ ແລະ ໂທ​ລະ​ສັບມື​ຖື ແລະ ຫລາຍໆ​ປະ​ເທດ ຫລື ປະ​ເທດ​ທີ່​ມີ​ຄວາມ​ຈະ​ເລີນ​ທັນ​ສະ​ໄໝ​ເຂົາ​ກ້າວ​​ມາ​ຮອດ​ຈຸດ​ນີ້​ໄດ້​ໄລ​ຍະ​ເວ​ລາ​ໜືງ​ແລ້ວ​, ເພາະ​ການ​ມີ​ເທັກ​ໂນ​ໂລ​ຍີ​ໃໝ່ໆ​ແບບ​ນີ້​ມາ​ໃຊ້​ເຮັດ​ໃຫ້​ປະ​ຫຍັດ​ເວ​ລາ ແລະ ປ້ອງ​ກັນ​ການ​ຄໍ​ລັບ​ຊັນ​ໄດ້​ລະ​ດັບ​ໜືງ. ສະ​ນັ້ນເພື່ອສ້າງຄວາມສະດວກໃນການແຈ້ງມອບອາກອນ ໃຫ້ວິສາຫະກິດ ສ່ວນບຸກຄົນ, ນິຕິບຸກຄົນ ທີ່ຂຶ້ນກັບກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ, ເມືອງ ແລະ ນະຄອນ ທີ່ໄດ້ນໍາໃຊ້ລະບົບ Taxris ບໍ່ໃຫ້ມາແຈ້ງມອບອາກອນຢູ່ປ່ອງບໍລິການຮັບແຈ້ງອາກອນ, ພ້ອມທັງເປັນການສະກັດກັ້ນສະພາບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄວິດ-19 ໃນ ສປປ ລາວ ບໍ່ໃຫ້ຂະຫຍາຍໄປເປັນວົງກວ້າງ. ດັ່ງນັ້ນ, ກົມສ່ວຍສາອາກອນ, ກະຊວງການເງິນ ຈຶ່ງແຈ້ງມອບອາກອນດ້ວຍຕົນເອງ ຜ່ານລະບົບອອນລາຍ.

ພາບ: laoedaily.com.la ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການຂອງ ກົມສ່ວຍສາອາກອນ, ກະຊວງການເງິນ ສະບັບເລກທີ 0957/ກສອ ລົງວັນທີ 27 ມີນາ 2020 ເລື່ອງການບໍລິການແຈ້ງມອບອາກອນດ້ວຍຕົວເອງ ຜ່ານລະບົບ online ດັ່ງນີ້:

1 ການແຈ້ງອາກອນສາມາດແຈ້ງເອງ ໂດຍບໍ່ຜ່ານປ່ອງບໍລິການຂອງສ່ວຍສາອາກອນດ້ວຍ 2 ວິທີຄື: ກໍລະນີ ໄດ້ສະໝັກນໍາໃຊ້ການແຈ້ງດ້ວຍຕົນເອງແລ້ວ ໂດຍແຈ້ງຜ່ານ: taxservice.mof.gov.la ໄດ້ເລີຍ; ກໍລະນີ ຍັງບໍ່ໄດ້ສະໝັກຂໍນໍາໃຊ້ການແຈ້ງດ້ວຍຕົນເອງ ແຕ່ມີຈຸດປະສົງຢາກແຈ້ງອາກອນ ສາມາດຕິດຕໍ່ພະນັກງານ ປະຈໍາຢູ່ຈຸດບໍລິການ ບ່ອນທີ່ວິສາຫະກິດຂຶ້ນກັບ ຜ່ານເບີໂທ ແລະ whatapp

ຫຼັງຈາກນັ້ນ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: ວິສາຫະກິດ ສ່ວນບຸກຄົນ, ນິຕິບຸກຄົນ ໃຫ້ປະສານຫາພະນັກງານສ່ວຍສາອາກອນ ແລະ ສົ່ງເອກະສານການເເຈ້ງອາກອນຜ່ານ Messenger, whatsapp ຫລື E-mail ໃຫ້ພະນັກງານສ່ວຍສາອາກອນ ພ້ອມລາຍລະອຽດ ເປັນຟາຍເອກະສານ (ໃຫ້ປະຕິບັດ ຄືກັນກັບມາຢື່ນຢູ່ປ່ອງບໍລິການສ່ວຍສາອາກອນ); ພະນັກງານສ່ວຍສາອາກອນ ຈະກວດເອກະສານ ແລະອອກໃບແຈ້ງທີ່ມີບາໂຄດ ແລ້ວສົ່ງກັບຄຶນໃຫ້ວິສາຫະກິດ ເພື່ອໄປຊໍາລະອາກອນຜ່ານທະນາຄານ ແລະຊ່ອງທາງການຊໍາລະ ທີ່ໄດ້ລະບຸໄວ້ ໃນຂໍ້ທີ 2 ຂອງແຈ້ງການ.

2 ການຊໍາລະອາກອນ ໃນປັດຈຸບັນສາມາດຊໍາລະຜ່ານ 5 ທະນາຄານຄື:

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page