top of page
Search

​ຕົ້ນ​ໄມ້​ມຸງ​ຄຸນ ໄມ້ຈັນຫອມ ກັບຄວາມເຊື່ອຂອງວັດທະນະທຳລາວ.

  • Writer: Superphil Phil
    Superphil Phil
  • Jun 30, 2020
  • 1 min read

Updated: Oct 31, 2020

​ຕົ້ນ​ໄມ້​ມຸງ​ຄຸນ ໄມ້ຈັນຫອມ ກັບຄວາມເຊື່ອຂອງວັດທະນະທຳລາວ. ໃນ​ຂົງ​ເຂດປະເທດຕາເວັນອອກສ່ຽງໃຕ້ ຫລື ຄົນໃນປະເທດໃນຊົມພູທະວີນີ້​ລ້ວນ​ແລ້​ແຕ່​ມີ​ວັດ​ທະ​ນາ​ທຳ ສາດ​ສະ​ໜາ​ທີ່​ຄ້າຍ​ຄື ຫລື ມີ​ກົກ​ເຄົ້າ​ມາ​ຈາກ​ບ່ອນ​ດຽວ​ກັນ​ເລີຍ​ກໍ່​ວ່າ​ໄດ້ ແລະ ໄມ້​ຈັນ​ຫອມ​ກໍ່​ຖື​ວ່າ​ເປັນຕົ້ນໄມ້ມຸງຄຸນ ທີດີງາມ ຂອງ​ປະ​ເທດ​ລາວ​ເຮົາ ແລະ ກໍ່ເຊັ່ນດຽວ​ກັນກັບ​ປະ​ເທດ​ອື່ນ​ໃນ​ເຂ​ດ​ດຽວ​ກັນ ເຊັ່ນ​: ປະ​ເທດພະມ້າ, ປະ​ເທດໄທ ແລະ ປະ​ເທດກຳປູເຈຍ… ສ່ວນຄົນລາວເຮົານັ້ນຖືເປັນຕົ້ນໄມ້ມຸງຄຸນ ທີກ່ຽວຂ້ອງກັບພຸທທະປະຫວັດຂອງພຣະສັມມາສັມພຸທທະເຈົ້າ ກໍ່ຄືຕອນມີພຣະຣາຊພິທີມຸງຄຸນ ຖວາຍພຣະນາມຂອງເຈົ້າຊາຍສິດທັດຖະ ກໍ່ມີເຄື່ອງຫອມປະກອບມີໄມ້ຈັນຫອມໃນພິທີນັ້ນດ້ວຍ ແລະຕອນທີ ພຣະສັມມາສັມພຸທທະເຈົ້າຊົງດັບຂັນປະຣິນິພານ ແລະໃນພິທີຖວາຍພຣະເພິງ ກໍ່ມີໄມ້ຈັນຫ້ອມເປັນໄມ້ທີເຜົາພຣະສັມມາສັມພຸທທະເຈົ້າ ຄວາມເປັນມາຄວາມເຄົາຣົບນັບຖືສິ່ງສູງສຸດ ທີ່ຕ້ອງມີສິ່ງທີເປັນມຸງຄຸນກ່ຽວກັບໄມ້ຈັນຫອມ ຈຶ່ງສຶບທອດມາສູ່ຄວາມເຊື່ອແລະວັດທະນະທັມລາວເຮົາ.

ພາບ: Art and Culture of Laos

ໄມ້ຈັນຫອມ ຍັງເປັນໄມ້ທີຫອມ ແຕ່ຖ້າຕົ້ນທີຕາຍ ( ຢືນຕົ້ນຕາຍ ຈຶ່ງຈະມີຄວາມຫອມເປັນທີສຸດ ) ຄວາມເຊື່ອນີ້ ຄົງຈະປຽບເຫມືອນບຸກຄົນ ໃຜຜູ້ຫນຶ່ງ ຕອນທີຍັງມີຊີວິດກໍ່ເຮັດສິ່ງທີເປັນປະໂຫຍດ ແກ່ສັງຄົມ ແລະປະເທດຊາດບ້ານເມືອງ ເມື່ອຫມົດອາຍຸໄຂໄປແລ້ວ ກຽດປະຫວັດແລະຊື່ສຽງຍຶ່ງໂດ່ງດັງກະຈອນກະຈາຍໄປທົ່ວສາລະທິດ ປຽບດັ່ງຕົ້ນຈັນທີຕາຍແລ້ວຍັງຈະມີກິ່ນຫອມຫວນໃຫ້ຜູ້ຄົນຣະນຶກເຖິງ ດັ່ງນີ້ແລ. ສະນັ້ນ ຄວາມເຊື່ອຂອງໄມ້ຈັນຫອມ ຈຶ່ງນິຍົມໄປເປັນເຄື່ອງຍ້ອງຍໍສັນລະເສີນສູງສຸດຂອງຄົນໃນສະໄຫມກ່ອນ ຈະນຳໄປເຮັດເປັນໂກດ ເປັນໂລງ ເປັນຟືນ ເປັນໄມ້ຖວາຍເພິງ ແລະເປັນເຄື່ອງປະກອບໃນພິທີກັມຕ່າງໆ ໃຫ້ແກ່ຜູ້ທີເຄົາຣົບສູງສຸດ ເຊັ່ນພຣະສົງ ກະສັດ ເຈົ້ານາຍ ແລະຜູ້ທີມີຄຸນງາມຄວາມດີທັງຫລາຍ… ໄມ້ຈັນຫອມ ຕົ້ນໄມ້ມຸງຄຸນຄວາມ​ເຊື່ອ ແລະ ວັດທະນະທຳຂອງລາວ


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page