top of page
Search

ຕັ້ງ​ຂື້ນ​ແລ້ວເສົາສື່ສານເສົາທຳອິດໃນໂຄງການທາງລົດໄຟ ລາວ-ຈີນ

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ເສົາສື່ສານ ເສົາທຳອິດໃນໂຄງການທາງລົດໄຟ ລາວ-ຈີນ ສ້າງສຳເລັດແລ້ວ.

ຄຽງ​ຄູ່​ການ​ການ​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ ໂຄວິດ 19, ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ກໍ່​ຍັງ​ດຳ​ເນີນ​ໄປ​ຢ່າ​ງ​ລະ​ມັດ​ລະ​ວັງ, ແລະ ເຂົ້າສູ່​ຄວາມ​ສຳ​ເລັດ​ເທືອ​ລະ​ກ້າວ ແລະ ໃກ້​ຊິ​ໄດ້​ນຳ​ໃຊ້​ໃນ​ໄວໆ​ນີ້.

ພາບ: kaomainews.com

ຕາມ​ລາຍ​ງານ​ຂອງສຳນັກຂ່າວຊິນຫົວລາຍງານວ່າ: ວັນທີ 20 ເມສາ 2020 ທີ່ຜ່ານມາ, ການກໍ່ສ້າງເສົາສື່ສານຄວາມສູງ 40 ແມັດຂອງສະຖານີລົດໄຟລາວ-ຈີນທີ່ນະຄອນຫຼວງວຽງຈັນສຳເລັດແລ້ວ.

ໂດຍ ກຸ່ມບໍລິສັດ China Railway Construction Electrification Bureau Group Co., Ltd. ຫຼື CRCC-EBG (EBG) ເປັນຜູ້ຮັບຜິດຊອບໂຄງການກໍ່ສ້າງເສົາສົ່ງສັນຍານຂອງໂຄງການທາງລົດໄຟລາວ-ຈີນ ໄດ້ສ້າງແຜນຮອບດ້ານ, ຄຸ້ມຄອງການກໍ່ສ້າງ

ຢ່າງລະມັດລະວັງແລະ ຕິດຕາມກວດກາຢ່າງໃກ້ຊິດໃນທຸກໆຂັ້ນຕອນ. ໂຄງການກໍ່ສ້າງເສົາສັນຍານສື່ສານຂອງທາວລົດໄຟ ເປັນໃຈກາງ ແລະ ຫົວໃຈຫຼັກຂອງການດຳເນີນງານ, ການສັ່ງການ ແລະ ຄວບຄຸມ ລົດໄຟທົງໝົດໃນທາງລົດໄຟລາວ-ຈີນ ແລະ ຮູ້ຈັກກັນໃນນາມຂອງ “ສູນກາງສະໝອງ ແລະ ປະສາດ”

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page