top of page
Search

ດານຫີນທີ່​ໃຫຍ່ ແລະ​ ສວຍ​ງາມ ດານໜອງສາມານ ດິນແດນມະຫັດສະຈັນ

  • Writer: Superphil Phil
    Superphil Phil
  • Apr 21, 2020
  • 1 min read

ນ້ຳຕົກຕາດຊ້າງ ດານຫີນໜອງສາມານ ດິນແດນມະຫັດສະຈັນ

ໃນ​ສະ​ຖານ​ທີ່​ທ່ອງ​ທຽວ​ທຳ​ມະ​ຊາດ,ດານຫີນໜອງສາມານ ແມ່ນອີກສະຖານທີ່ທ່ອງທ່ຽວ ແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມ ແລະ ໂດດເດັ່ນ, ເຊິ່ງຕັ້ງຢູ່ ເຂດບ້ານໜອງສາມານ, ເມືອງ ປາກຊັນ, ແຂວງບໍລິຄໍາໄຊ ຫ່າງຈາກຕົວເມືອງໄປຕາມເສັ້ນ ທາງເລກທີ 13 ໃຕ້ ປະມານ 26ກິໂລແມັດ ຈະເຫັນດານຫີນທີ່ກວ້າງ ແລະ ຍາວຢຽດລຽບໄປຕາມແຄມທາງເບື້ອງຊ້າຍມື.

ພາບ​: laophattananews.com

(ດານຫີນໜອງສາມານ)

ພະລານຫີນຫຼືດານຫີນ ໜອງສາມານ ມີຂະໜາດກວ້າງ ແຕ່ 100-150 ແມັດ ແລະ ຍາວນັບເປັນ ກິໂລແມັດເຊື່ອມຕໍ່ກັນ.ຢູ່ບໍລິເວນດັ່ງກ່າວຍັງມີ ພູກອງເຂົ້າ ເປັນກໍາແພງຫີນ ທີ່ມີຄວາມສູງຊັນປະມານ 20-25 ແມັດ ແລະ ຍາວປະມານ 200 ແມັດ ອ້ອມຮອບໄປ ດ້ວຍດານຫີນ

ແລະ ອຸດົມສົມບູນໄປດ້ວຍປ່າໄມ້ນາໆຊະນິດ ດັ່ງຕົ້ນຈັນໄດແລະ ດອກໄມ້ພືດພັນຖືກປະດັບເອ້ຢ້ອງທົ່ວ ບໍລິເວນແຫ່ງນີ້ ອັນໄດ້ເພີ່ມ ສີສັນຄວາມງົດງາມຂຶ້ນຕື່ມ ເໝາະສໍາລັບທ່ານໃດທີ່ຢາກ ມາ ພັກຜ່ອນທ່ຽວຊົມທິວທັດ ທໍາມະຊາດ ຟັງສຽງນໍ້າຕົກຕາດຊ້າງທີ່ໄຫຼລົງມາໃສ່ຕີນຜາຍິນ ແລ້ວໜ້າອອນຊອນ.

ດານຫີນໜອງສາມານ, ນອກຈາກຈະສ້າງຄວາມປະ ທັບໃຈທາງດ້ານທິວທັດທໍາມະຊາດແລ້ວ, ຍັງມີຫຼາຍສິ່ງ ຫຼາຍຢ່າງສ້າງຄວາມສົນ ໃຈໃຫ້ຜູ້ມາທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອຈະນໍາ ໄປສຶກສາຄົ້ນຄວ້າຕາມຮ່ອງ ຮອຍປະຫວັດສາດ ທີ່ຕິດພັນ ກ່ຽວຂ້ອງກັບນິທານພື້ນເມືອງ ລາວ ຊຽງໝ້ຽງ ທີ່ໄດ້ຫຼົງເຫຼືອ ປະໄວ້ໃຫ້ຄົນຮຸ່ນຫຼັງໄດ້ເບິ່ງ, ໄດ້ຊົມ ເຊັ່ນ:

ຮອຍຕີນຊ້າງ, ຮອຍ ຕີນຊຽງໝ້ຽງ…ທັງເປັນສະ ຖານທີ່ອັນສັກສິດຂອງປະ ຊາຊົນບ້ານໜອງສາມານອີກດ້ວຍ. ໂດຍອີງຕາມການບອກ ເລົ່າຂອງພໍ່ເຖົ້າບຸນຊູສີປະ

ເສີດທີ່ເປັນຜູ້ສືບທອດມາ ຈາກຕາແສງເສິກ ແລະ ຕາແສງ ແສນຕໍ ໃຫ້ຮູ້ວ່າ: ຜູ້ທີ່ມາບຸກເບີກ ແລະ ສ້າງບ້ານແຫ່ງນີ້ ແມ່ນແມ່ເຖົ້າລາວ(ຊື່ຂອງແມ່ ເຖົ້າ), ເຊິ່ງລາວໄດ້ອົບພະຍົບມາ ຕັ້ງຖິ່ນຖານພູມລໍາເນົາຢູ່ ທີ່ນີ້ ເປັນຄົນທໍາອິດ ແລະ ໄດ້ໃສ່ຊື່ ບ້ານນີ້ວ່າ: ບ້ານໜອງແສງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page