top of page
Search

ດອນຄອນ-ດອນເດດ ເມືອງໂຂງ ແຂວງ ຈຳປາສັກ ດອນ​ຂອງ​ນັກ​ທ່ອງ​ທ່ຽວ.

  • Writer: Superphil Phil
    Superphil Phil
  • Jun 19, 2020
  • 1 min read

ດອນຄອນ-ດອນເດດ ເມືອງໂຂງ ແຂວງ ຈຳປາສັກ ດອນ​ຂອງ​ນັກ​ທ່ອງ​ທ່ຽວ. ແນນອນ​ການ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ກໍ່​ລ້ວນ​ແລ້ວ​ແຕ່​ມີ​ຄວາມ​ມັກ​ທີ່​ແຕກ​ຕ່າງ​ກັນ, ແຕ່​ຖ້າ​ຫາ​ທ່ານ​ໃດ​ການ​ມີ​ໃຈ​ມັກ​ໃນ​ການ​ທ່ອງ​ທ່ຽວ​ແບບ​ພະ​ຈົນ​ໄພ​, ມັກ​ສະ​ຖານ​ທີ່​ທີ່​ຍັງ​ມີ​ຄວາມ​ພື້ນ​ບ້ານ ຫລື ແບບ​ທີ່​ເປັນ​ທຳ​ມະ​ຊາດ​ຢູ່ ທ່ານ​ຕ້ອງ​ມາ ດອນ​ຄອນ​-ດອນ​ເດດ ນີ້​ເລີຍ, ເພາະ​ແຫລ່ງ​ທ່ອງ​ທ່ຽວ​ແຫ່ງ​ນີ້​ຍັງ​ໃຫ້​ຄວາມ​ຮູ້​ສືກ​ແບບ​ທຳ​ມະ​ຊາດ​ທີ່​ແທ້​ຈິງ ແລະ ເປັນ​ສະ​ຖານ​ທີ່​ທີ່​ໜ້າ​ສຳ​ພັດ​ຫລາຍ. ດອນຄອນ-ດອນເດດ ເມືອງໂຂງ ແຂວງ ຈຳປາສັກ ເປັນສະຖານທີ່ນັກທ່ອງທ່ຽວນິຍົມທີ່​ຈະ​ໄປ​ທ່ຽວ, ໂດຍສະເພາະໃນກຸ່ມນັກທ່ອງທ່ຽວໄວໜຸ່ມຕ່າງປະເທດໃນລະຫວ່າງ 5-10 ປີຜ່ານມາ, ແຕ່ກ່ອນຢູ່ດອນ ແຫ່ງນີ້ບໍ່ມີກະແສໄຟຟ້າໃຊ້, ມີລັກສະນະແບບທໍາມະຊາດແບບດັ້ງເດີມ, ຈິ່ງເປັນທີ່ນິຍົມຂອງບັນດານັກທ່ອງທ່ຽວແບບພະຈົນໄພ, ປະຊາຊົນໃນຂົງເຂດນັ້ນໃຊ້ຊິວິດຕິດພັນກັບທຳມະຊາດຢ່າງແທ້ຈິງ, ນັກທ່ອງທ່ຽວບາງຄົນໄດ້ມາພັກເຊົາ ຢູ່ດອນຄອນ-ດອນເດດປະມານ 2-3 ມື້, ບາງຄົນອາໄສຢູ່ເປັນອາທິດ ຫຼື ຫຼາຍກວ່ານັ້ນຍ້ອນຕິດໃຈທຳມະຊາດກາງດອນອັນງຽບສະຫງົບ.

ພາບ: laopost.com

ດອນເດດຢູ່ທາງເໜືອດອນຄອນ ຢູ່ທາງໃຕ້ທັງສອງດອນເຕັມໄປດ້ວຍກິ່ນອາຍຂອງບ້ານເຮືອນເກົ່າສະໄໝອານານິຄົມຝຣັ່ງ, ມີຫາດຊາຍຫຼາຍແຫ່ງ, ເຮືອນພັກບັງກະໂລໄມ້ໄຜ່ລາຄາປະຫຍັດແບບທຳມະຊາດ, ມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈເຊັ່ນ: ທາງລົດໄຟເກົ່າ, ຊາກຫົວລົດໄຟ, ຂົວທີ່ສ້າງໃນສະໄໝຝຣັ່ງນ້ຳຕົກນ້ອຍໃຫຍ່ທີ່ມີເປັນຈຳນວນຫຼາຍ, ມີສິ່ງອຳນວຍຄວາມສະດວກກະຈາຍຢູ່ທົ່ວທັງດອນຖືເປັນສະຫວັນຂອງນັກທ່ອງທ່ຽວທີ່ຕ້ອງການມາພັກຜ່ອນກັບທຳມະຊາດທີ່ປະຕິເສດບໍ່ໄດ້. ດອນ​ທ່ຽວ!!! ດອນຄອນ-ດອນເດດ ເມືອງໂຂງ ແຂວງ ຈຳປາສັກ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments

Couldn’t Load Comments
It looks like there was a technical problem. Try reconnecting or refreshing the page.

© 2023 by NOMAD ON THE ROAD. Proudly created with Wix.com

bottom of page