top of page
Search

ດອກບົວຫລວງ ສັນຍາລັກ ແລະ ວັດ​ທະ​ນາ​ທຳຂອງຊາວພຸດ​ທະ​ສາດ​ສະ​ໜາ.

  • Writer: Superphil Phil
    Superphil Phil
  • Sep 20, 2020
  • 1 min read

Updated: Oct 19, 2020

ດອກບົວຫລວງ ສັນຍາລັກ ແລະ ວັດ​ທະ​ນາ​ທຳຂອງຊາວພຸດ​ທະ​ສາດ​ສະ​ໜາ. ດອກບົວຫລວງ, ເປັນດອກໄມ້ທີ່ມີ ຄວາມສໍາຄັນ ທາງສາສະຫນາຊະນິດຫນຶ່ງ ເຊິ່ງເປັນທີ່ຮູ້ຈັກກັນດີ ໃນຊຸມຊົນຊາວພຸດ ແລະ ມີຄວາມສວຍງາມ ທາງດ້ານຮູບຮ່າງ ລັກສະນະ, ສີສັນ, ມີສະເຫນ່, ຫນ້າຊື່ນຊົມ ແລະ ຫນ້າຖະຫນຸຖະຫນອມ ຢູ່ໃນເຂດເອເຊຍ ມາໄດ້ຫຼາຍສັດຕະວັດແລ້ວ. ຊາວພຸດ ຖືເອົາດອກບົວຫລວງ ເປັນສັນຍະລັກອັນຫນຶ່ງ ຂອງຄວາມສວຍງາມ ແລະ ຈະເລີນຮຸ່ງເຮືອງຂອງຊີວິດ ເພາະເຊື່ອກັນວ່າແມ່ນດອກໄມ້ທີ່ມີການພົວພັນກັບພະພຸດທະເຈົ້າສວຍງາມແບບລຽບງ່າຍ.  ປະຊາຊົນລາວ ແລະ ຊາວພຸດທັງ​ຫລາຍ ໄດ້ຖືວ່າດອກບົວຫລວງ ເປັນດອກໄມ້ ທີ່ໃຊ້ສໍາລັບບູຊາ ມາເປັນເວລານານມາແລ້ວ ແລະ ນອກນັ້ນ ຍັງນໍາໃຊ້ ເປັນພືດປະດັບ, ໃຊ້ເປັນຢາພື້ນເມືອງ ແລະ ເປັນອາຫານອີກດວຍ, ຕົ້ນບົວຫຼວງ ເປັນພືດທີ່ເກີດຂຶ້ນຢູ່ ໃນບໍ່ນໍ້າຕື້ນ, ຫນອງນໍ້າ, ສະນໍ້າ ແລະ ວັງນໍ້າ ເຊິ່ງມີຮາກຢັ່ງລົງໃນຕົມ, ຕົ້ນມີຄວາມແຂງແຮງ ສາມາດຊູດອກ ໃຫ້ພົ້ນຈາກຫນານໄດ້ 8-12 ນິ້ວ (ປະມານ 30 ຊມ).

ພາບ: phakhaolao.la

ດອກ ມີກິ່ນອັນຫອມຫວນ ໂດຍສະເພາະຍາມເຊົ້າ. ລະດູອອກດອກ ແມ່ນຕະຫຼອດທັງປີ. ດອກຈະບານໃນຕອນເຊົ້າ ເມື່ອບາຍໆຫາຄໍ່າ ກີບດອກກໍຈະຕົກຫຼົ່ນອອກ, ສີສັນ, ຮູບຮ່າງ ແລະ ກີບດອກຈໍານວນຫຼາຍຈັດເປັນຫຼາຍໆຊັ້ນເຮັດໃຫດອກບົວຫຼວງມີຄວາມສະຫງ່າເຫນືອດອກໄມ້ຊະນິດອື່ນໃດຫມົດ. ນອກນັ້ນ ກີບດອກບໍ່ພັບຄືນຫຼັງ ໃນເວລາເບັງບານ ເຊິ່ງຫມາຍເຖິງການພັດທະນາ ທາງດ້ານຈິດໃຈ, ດອກ ມີສີບົວ ຫຼື ສີຂາວ. ດອກສີບົວ ຫມາຍເຖິງດອກໄມ້ທີ່ວິເສດສຸດສໍາລັບ ບູຊາເທບພະເຈົ້າ ແລະ ພົວພັນກັບພະພຸດທະເຈົ້າ. ດອກສີຂາວ ສະແດງເຖິງຈິດວິນຍານທີ່ສົມບູນ ແລະ ຄວາມບໍລິສຸດຂອງຈິດໃຈ. ດອກຈະວິວັດເປັນຫມາກ ເຊິ່ງເຕີບໃຫຍ່ຂະຫຍາຍຕົວຢູ່ຈຸດທີ່ເປັນໃຈກາງຂອງດອກ ແລະ ເຮົາຈະແນມເຫັນໄດ້ຢ່າງງ່າຍດາຍ. ຫມາກບົວມີລັກສະນະຄ້າຍກັບຝັກບົວ ທີ່ໃຊ້ກັນຢູ່ໃນຫ້ອງອາບນໍ້າ. ຢູ່ໃນຫມາກບົວມີເຕົ້ານ້ອຍໆ ທີ່ມີແກ່ນຢູ່ ພາຍໃນ.  ເຕົ້ານ້ອຍໆ ເຫຼົ່ານີ້ ແຈກຢາຍເປັນວົງ ຊ້ອນກັນຫຼາຍຊັ້ນ. ແກ່ນຂອງມັນ ຄົງຕົວຢູ່ໄດ້ຫຼາຍປີ ພາຍໃຕ້ເງື່ອນໄຂ ທີ່ເຫມາະສົມ. ແກ່ນຂອງຫມາກບົວມີສີຂາວ ແລະ ສາມາດກິນເປັນອາຫານໄດ້. ດອກບົວຫລວງ ສັນຍາລັກຂອງຊາວລາວ ແລະ ພຸດທະ​ສາດ​ສະ​ໜາ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page