top of page
Search

ດ່ານປະເພນີໂຄກແຮ່ ເມືອງສັງທອງ ຈັບແຮງງານລາວທີ່ລັກເຂົ້າປະເທດໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ 11 ຄົນ

  • Writer: Superphil Phil
    Superphil Phil
  • May 12, 2020
  • 1 min read

Updated: May 13, 2020

ຈັບແຮງງານລາວ ຢູ່ດ່ານປະເພນີໂຄກແຮ່ ເມືອງສັງທອງ ທີ່ລັກເຂົ້າ ປະເທດ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 11 ຄົນ

ດັ່ງ​ທີ່​ເຮົາ​ຮູ້​ກັນ​ດີ​ແລ້ວ​ວ່າ ໃນ​ຊ່ວງ​ພະ​ຍາດ​ລະ​ບາດ​ໂຄວິດ 19 ນີ້, ລັດ​ຖະ​ບານ ກໍ່​ຄື ສ​ປ​ປ ລາວ ​ໄດ້ມີ​ນະ​ໂຍ​ບາຍ​ໃນ​ການ​ຕໍ່​ຕ້ານ ແລະ ປ້ອງ​ກັນ​ໃນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ 19 ໂດຍ​ຫ້າມ​ການ​ເຂົ້າ​ອອກ​ປະ​ເທດ ແລະ ໃຫ້​ແຕ່​ລະ​ດ່ານ​ເຂັ້ນ​ງວດກວດ​ສອບເພື່ອ​ຈຳ​ກັດ​ການ​ແຜ່​ເຊື້ອ​​ພະ​ຍາດ​ບໍ່​ໃຫ້​ຂະ​ຫຍາຍ​ເປັນ​ວົງ​ກ້​ວາງ​ອອກ​ໄປ.

ພາບ: ປກ​ສ ນວ

ໃນເວລາ 19: 00 ນາທີ ຂອງວັນທີ່ 04 ພຶດສະພາ 2020 ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ພົບເຫັນແຮງງານຄົນລາວທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານ ໄດ້ເດີນທາງກັບເຂົ້າມາລາວ ຢູ່ດ່ານປະເພນີໂຄກແຮ່ ເມືອງສັງທອງ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 11 ຄົນ; ໃນນັ້ນມີປະຊົນເມືອງສັງທອງ 10 ຄົນ ແລະ ແຂວງຫຼວງພະບາງ 1 ຄົນ; ປັດຈຸບັນນີ້ ເຈົ້າໜ້າທີ່ທຸກພາກສ່ວນໃນເມືອງສັງທອງ ໄດ້ນຳສົ່ງແຮງງານລາວຈຳນວນດັ່ງກ່າວ ໄປທີ່ສູນກັ່ນຕອງເຊື້ອໂຄວິດ 19, ຢູ່ຫຼັກ 27 ເປັນທີ່ຮຽບຮ້ອຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page