ດ້ວຍເຫດໃດຈຶ່ງມີການສູ່ຂໍກ່ອນຈະແຕ່ງງານກັນ ?
- Superphil Phil
- Mar 18, 2020
- 1 min read
ດ້ວຍເຫດໃດຈຶ່ງມີການສູ່ຂໍກ່ອນຈະແຕ່ງງານກັນ ? ມື້ນີ້ ພວກເຮົາມາຮູ້ຈັກກັບບາບກຳຄວາມຮັກເປັນຈັ່ງໃດ.
ບາງທ່ານອາດຈະມີຄຳຖາມເກີດຂຶ້ນໃນໃຈວ່າເພາະເຫດໃດຊີວິດຂອງຕົນເອງຈຶ່ງຕ້ອງທຸກດ້ວຍຄວາມຮັກ, ມີຮັກກໍບໍ່ເຄີຍສົມຫວັງເປັນເພາະເຫດໃດ?
ຄວາມຮັກເປັນສິ່ງທີ່ຄົນເຮົາທຸກຄົນຕ້ອງພົບພໍ້ ທຸກຊີວິດຕ້ອງການຄວາມຮັກ ຄວາມເອົາໃຈໃສ່ ຊຶ່ງກັນ ແລະ ກັນ ຄວາມຮັກແທ້ຈິງແລ້ວມີຢູ່ຫຼາຍຮູບແບບ ແຕ່ສ່ວນໃຫ່ຍແລ້ວ ຄວາມຮັກທີ່ມັກເຮັດໃຫ້ມີບັນຫາຫຼາຍທີ່ສຸດກໍຄື ຄວາມຮັກແບບຊູ້ສາວ ຄວາມຮັກແບບຍິງ-ຊາຍ. ຄວາມຮັກຊະນິດນີ້ມັກເປັນສາຍເຫດໃຫ້ຄົນເຮົາຮັກກັນຫຼາຍທີ່ສຸດ ແລະ ຄຽດຊັງກັນຢ່າງຮຸນແຮງ ອັນຈົນເປັນເຫດໃຫ້ສ້າງເວນສ້າງກຳຕໍ່ກັນ ຊຶ່ງແຕກຕ່າງກັບຄວາມຮັກຮູບແບບອື່ນ ທີ່ເປັນຄວາມຮັກທີ່ບໍລິສຸດເຊັ່ນ: ຄວາມຮັກຂອງພໍ່ແມ່ ຄວາມຮັກຄູບາອາຈານ ຄວາມຮັກແບບພີ່ນ້ອງ ເພື່ອນມິດສະຫາຍ ເປັນຄວາມຮັກທີ່ປອດໄພ ແລະ ກໍເປັນສຸກ ຄົນທີ່ມີຄວາມຮູ້ສຶກວ່າຕົນເອງອາພັບຮັກ ທຸກພັດພາກຈາກຄົນຮັກຢູ່ເລື້ອຍໆ ຖືກປະຖິ້ມ ຈາກຄົນທີ່ຕົນຮັກ ຫຼື ແຕ່ງງານໄປແລ້ວ ຊີວິດຄູ່ບໍ່ມີຄວາມສຸກ ສາມີຫຼືພັນລະຍານອກໃຈ ຫຼື ມີເຫດຕ້ອງໃຫ້ຄອບຄົວຕ້ອງແຕກແຍກ ມີຄວາມທຸກໃຈໃນເລື່ອງຂອງຄວາມຮັກ ແລະ ຊີວິດຄູ່ຢູ່ສະເໝີ ແມ້ກະທັ້ງຄົນທີ່ເປັນໂສດທີ່ຕ້ອງທຸກເພາະການຢູ່ຄົນດຽວ ຫິວໂຫຍຄວາມຮັກ ແຕ່ກໍບໍ່ສົມຫວັງ ຫຼົງຮັກເຂົາຂ້າງດຽວ ຮັກຄົນທີ່ເຂົາມີຄູ່ຢູ່ແລ້ວ ຫຼື ແມ່ນແຕ່ຄວາມຮັກທີ່ບໍ່ສາມາດເປັນໄປໄດ້.
ໃນສະໄໝບູຮານຈິ່ງມີພິທີມຸງຄຸນສົມລົດ ເພື່ອໃຫ້ມີການສູ່ຂໍຢ່າງຖືກຕ້ອງ ເປັນການຂໍອະນຸຍາດຈາກຜູ້ປົກຄອງຂອງຝ່າຍຍິງໂດຍຕົງ ຄະນະດຽວກັນຫາກບໍ່ມີງານມຸງຄຸນເກີດຂຶ້ນ ແຕ່ໄດ້ມີການບອກກ່າວສູ່ຂໍກັບຜູ້ປົກຄອງແລ້ວ ແລ້ວຜູ້ປົກຄອງກໍເຕັມໃຈທີ່ຈະຍົກລູກສາວໃຫ້ກໍຖືວ່າໄດ້ເຮັດ ຕາມທຳນອງຄອງທຳຢ່າງຖືກຕ້ອງແລ້ວ ແຕ່ໃນປັດຈຸບັນຄ່ານິຍົມປ່ຽນໄປ ເຮັດໃຫ້ມີການກະທຳຜິດກັນຫຼາຍ ໃນບາງຄັ້ງຜູ້ປົກຄອງບໍ່ເຕັມໃຈ ຫຼື ເສຍໃຈກັບການກະທຳຂອງລູກໆ ເຮັດໃຫ້ເກີດວິບາບກຳຄວາມຮັກ ເຮັດໃຫ້ຊີວິດຄູ່ບໍ່ມີຄວາມສຸກ ແລະ ມັກຈະພົບກັບບັນຫາຢູ່ສະເໝີ. ນອກຈາກເຮັດຜິດສິນຂໍ້ 3 ແລ້ວ ຍັງມີກຳອື່ນໆທີ່ເຮັດໃຫ້ເກີດວິບາບກຳຄວາມຮັກໄດ້.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments