ຍ້ອນມີຄວາມເຂັ້ມງວດ & ເດັດຂາດ ສປປ ລາວ ຕ້ານໂຄວິດ-19 ໄດ້ດີ.
- Superphil Phil
- Apr 21, 2020
- 1 min read
ສປປ ລາວ ຕ້ານໂຄວິດ-19 ຖືກທາງ ຍ້ອນມີຄວາມເຂັ້ມງວດ ແລະ ເດັດຂາດຂອງລັດຖະບານ.
ດັ່ງທີ່ເຮົາໄດ້ຮູ້ກັນໃນບັນດາປະເທດອາຊຽນ ສປປ ລາວ ແລະ ຫວຽດນາມ ກໍ່ໄດ້ຕິດອັນດັບຕົ້ນໆໃນວິທີ່ການຈັດການກັບພະຍາດໂຄວິດ 19 ໄດ້ດີສົມຄວນ,ເຖິງແມ່ນວ່າລັດຖະບານລາວຈະປະກາດປິດປະເທດຊ້າກວ່າຫຼາຍປະເທດໃນ ອາຊຽນກໍຕາມ ແຕ່ລັດຖະບານລາວມີຄວາມເຂັ້ມງວດ, ເດັດຂາດ ໃນການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ, ລົງວັນທີ 29 ມີນາຜ່ານມາຢ່າງເຄັ່ງຄັດ.
ພາບ: ໜັງສືພິມລາວພັດທະນາ
ຄຳສັ່ງດັ່ງກ່າວແມ່ນມີຄວາມໝາຍທາງດ້ານຍຸດທະສາດ, ນະໂຍບາຍລອງລັດຖະບານໃນການຕ້ານໂຄວິດ-19. ຄຳສັ່ງດັ່ງກ່າວເຖິງແມ່ນຈະອອກຊ້າ ແຕ່ກໍອອກຖືກຈຸດເວລາ ສອດຄ່ອງກັບສະຖານະການພາຍໃນປະເທດ ແລະ ມີຄວາມເຂັ້ມຂຸ້ນແຕ່ຫົວທີ. ຊຶ່ງຄວາມເຂັ້ມຂຸ້ນ, ເດັດຂາດ, ເຂັ້ມງວດ ແລະ ເຄັ່ງຄັດນັ້ນສະແດງອອກ:ຄຳສັ່ງປິດສະຖາບັນການສຶກສາທຸກລະດັບທັງພາກລັດ ແລະ ເອກະຊົນທົ່ວປະເທດ, ປິດສຳນັກງານ,ການຍົກເລີກຈັດກິດຈະກຳຕ່າງໆ ,ການຢຸດຕິການຂົນສົ່ງສາທາລະນະ, ການເຜີນແຜ່ຂໍ້ມຸນໃຫ້ປະຊາຊົນ,ການ ເຄື່ອນຍ້າຍຂອງປະຊາຊົນ,ສະຖາບັນດ້ານການສຶກສາ ມະຫາວິທະຍາໄລ ອ໊ອກສຟອດ ປະເທດ ອັງກິດ ໄດ້ເຮັດການສຳຫຼວດກ່ຽວກັບການເຂັ້ມງວດຕໍ່ມາດຕະການສະກັດກັ້ນ ໂຄວິດ-19 ໃນ 122 ພື້ນທີ່ໃນທົ່ວໂລກ. ຜົນປາກົດວ່າປະເທດທີ່ມີມາດຕະການເຂັ້ມງວດທີ່ສຸດໃນບັນດາປະເທດ ອາຊຽນ ໄດ້ແກ່ລາວ ແລະ ຫວຽດນາມ ໄດ້ 100 ຄະແນນເຕັມ.ນີ້ຄືແນວທາງ ແລະ ນະໂຍບາຍທີ່ຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກ-ລັດຖະບານລາວ. ຈາກແນວທາງ ແລະ ນະໂຍບາຍດັ່ງກ່າວ ລາວເຮົາຈຶ່ງສາມາດສະກັດກັ້ນການແຜ່ລະບາດຢູ່ພາຍໃນປະເທດເຮົາໄວ້ໄດ້ຢ່າງມີປະສິດທິຜົນດັ່ງທີ່ພວກເຮົາຮັບຮູ້ທົ່ວກັນໃນປັດຈຸບັນ. ຕະຫຼອດ 6 ວັນທີ່ຜ່ານມາ ລາວເຮົາບໍ່ພົບຜູ້ຕິດເຊື້ອລາຍໃໝ່ ແມ່ນແຕ່ຄົນດຽວ. ຂ່າວດີອັນນີ້ ເຮັດໃຫ້ປະຊາຊົນລາວມີຄວາມດີອົກດີໃຈເປັນຢ່າງຍິ່ງ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments