top of page
Search

ຍີ່ປຸ່ນ ເຂົ້າຊ່ວຍເຫຼືອ ສປປ ລາວ ໃນການປັບປຸງວິທະຍາໄລຄູ ແລະ ລົດເມ.

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

ຍີ່ປຸ່ນ ເຂົ້າຊ່ວຍເຫຼືອ ສປປ ລາວ ໃນການປັບປຸງວິທະຍາໄລຄູ ແລະ ລົດເມ. ໃນວັນທີ 22-24 ສິງຫາ 2020, ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.ໂດຍສະເພາະແມ່ນ ການຢ້ຽມຢາມໃນຄັ້ງນີ້ ໄດ້ເປັນການປະກອບສ່ວນອັນສໍາຄັນໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີ (05 ມິຖຸນາ 1955) ແລະ​ການເປັນຄູ່​ຮ່ວມ​ຍຸດ​ທະ​ສາດລະຫວ່າງສອງ​ປະ​ເທດລາວແລະຍີ່​ປຸ່ນຄົບຮອບ 05 ປີ ໃນປີ 2020 ນີ້.

ພາບ: laoedaily.com.la

ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດຍັງໄດ້ສະແດງຄວາມຊົມເຊີຍທ່ານໂມເຕງິໂທຊິມິດຊຶ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດຍີ່ປຸ່ນຄົນໃໝ່ໃນເດືອນກັນຍາ 2019 ຜ່ານມາ ແລະ ໄດ້ສະແດງຄວາມເຫັນໃຈ ໄປຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມ ແລະ ດິນເຈື່ອນ ຢ່າງໜັກໜ່ວງ ຢູ່ພາກຕາເວັນຕົກສ່ຽງໃຕ້ຂອງປະເທດຍີ່ປຸ່ນ ໃນຕົ້ນເດືອນກໍລະກົດຜ່ານມາ. ໃນການພົບປະຄັ້ງນີ້, ສອງ​ຝ່າຍ​ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດລາວ-ຍີ່ປຸ່ນ ໃນຖານະເປັນຄູ່ຮ່ວມຍຸດທະສາດທີ່ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງກວ້າງ, ລວງເລິກ ແລະເປັນຮູບປະທຳຢ່າງຕໍ່ເນື່ອງ. ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ສອງປະເທດ ໄດ້ມີການຮ່ວມມືເພື່ອພັດທະນາ ສປປ ລາວແບບຍືນຍົງຮ່ວມກັນ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດ ນັບແຕ່ປີ 2016 ເປັນຕົ້ນມາ, ແຜນ​ການ​ຮ່ວມມືດັ່ງ​ກ່າວ ​ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີຄັ້ງທີ 8 ຂອງສ​ປ​ປລາວແລະໄດ້ນໍາເອົາໝາກ​ຜົນທີ່​ເປັນຮູບ​ປະ​ທຳ​ມາ​ສູ່ປະ​ຊາ​ຊົນ​ລາວ​ຢ່າງ​ແທ້​ຈິງ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການປັບປຸງແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດລະຫວ່າງສປປລາວແລະຍີ່ປຸ່ນ ໃຫ້ແທດເໝາະກັບສະພາບຕົວຈິງ ແນໃສ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືໃຫ້ໃກ້ຊິດ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ຄວາມອາດສາມາດ ແລະ ເງື່ອນໄຂໃນການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ສຳລັບພົນລະເມືອງຂອງສອງປະເທດ ຜູ້ທີ່ໄດ້ຮັບອະນຸຍາດມາຢູ່ໄລຍະຍາວ ທີ່ມີທີ່ຕັ້ງພູມລຳເນົາແລ້ວ (Residence Track) ແລະ ສໍາລັບພາກທຸລະກິດ (Business Track), ເຊິ່ງຈະໄດ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອໃຫ້ມີການຈັດຕັ້ງປະຕິບັດຊ່ອງທາງດັ່ງກ່າວໃນອະນາຄົດ ພ້ອມນີ້,ຝ່າຍລາວຍັງໄດ້ເຊີນຊວນ ແລະ ຊຸກຍູ້ຝ່າຍຍີ່ປຸ່ນຂົນຂວາຍນັກລົງທຶນໃຫ້ມາລົງທຶນຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ; ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການພັດທະນາລະບົບພື້ນຖານໂຄງລ່າງ (ສຶກສາຄວາມເປັນໄປໄດ້ ໃນການອອກແບບກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ) ແລະ ອື່ນໆ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດດັ່ງກ່າວນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຕໍ່ ສປປ ລາວ,ການ​ສົ່ງ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານຂອງຍີ່​ປຸ່ນ ມາ​ຊ່ວຍ​ເຫຼືອສ​ປ​ປລາວໃນທຸກໆ​ປີ ລວມທັງການໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19. ຍີ່ປຸ່ນ ຊ່ວຍເຫຼືອປັບປຸງວິທະຍາໄລສ້າງຄູ ແລະ ໂຄງການລົດເມໃຫ້ລາວ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page