top of page
Search

ຍີ່ປຸ່ນ ຈະຊ່ວຍເຫຼືອ ເຝິກອົບຮົມການຊອກຄົ້ນ-ກູ້ໄພ ແລະ ບັນເທົາທຸກໄພພິບັດໃຫ້ກອງທັບລາວ.

  • Writer: Superphil Phil
    Superphil Phil
  • Aug 23, 2020
  • 1 min read

ຍີ່ປຸ່ນ ຈະຊ່ວຍເຫຼືອ ເຝິກອົບຮົມການຊອກຄົ້ນ-ກູ້ໄພ ແລະ ບັນເທົາທຸກໄພພິບັດໃຫ້ກອງທັບລາວ. ກົມພົວພັນຕ່າງປະເທດລາວ ໄດ້ເປີດກອງປະຊຸມທາງໄກ ລະຫວ່າງຄະນະວິຊາການດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ກັບກະຊວງປ້ອງກັນປະເທດຢີ່ປຸ່ນ ເພື່ອຮ່ວມກັນປຶກສາຫາລືກ່ຽວ ກັບແຜນການຮ່ວມມືສອງຝ່າຍ ປະຈຳປີ 2020 ເມື່ອບໍ່ດົນມານີ້.

ພາບ: targetlaos.com

ເປົ້າໝາຍ ແລະ ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອເອກະພາບດ້ານເວລາຮ່ວມກັນຕໍ່ການຈັດຕັ້ງຜັນຂະຫຍາຍແຜນຮ່ວມມື ລະຫວ່າງສອງກະຊວງປ້ອງກັນ ປະເທດທີ່ໄດ້ເຊັນຮ່ວມກັນກ່ຽວ ກັບການສ້າງຂີດຄວາມອາດສາມາດດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ໃຫ້ພະນັກງານນັກຮົບກອງທັບ ປະຊາຊົນລາວ ດ້ວຍການຮ່ວມມື ກັບກອງທັບຢີ່ປຸ່ນມີ 3 ໜ້າວຽກຫລັກ. 1. ໂຄງການເຊື້ອເຊີນຄູ ເຝິກວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນຂອງກອງທັບປະຊາຊົນລາວໄປທັດ ສະນະສຶກສາ ແລະ ຖອດຖອນ ບົດຮຽນວຽກງານໄພພິບັດຢູ່ ປະເທດຢີ່ປຸ່ນຕາມແຜນແມ່ນ ລະຫວ່າງ ວັນທີ 22-28/11/ 2020; 2. ໂຄງການເຝິກອົບ ຮົມວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນ ປະຈຳປີ ຢູ່ ສປປ ລາວ ຕາມ ແຜນແມ່ນລະຫວ່າງວັນທີ 12-20/12/2020; 3. ເຝິກອົບຮົມວິທີການນຳໃຊ້ເຄື່ອງກົນຈັກໜັກເຂົ້າໃນວຽກງານຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ຢູ່ ສປປ ລາວ ຄາດກະວັນທີ 17/01-14/02/2121. ຍີ່ປຸ່ນ ຈະຊ່ວຍເຝິກອົບຮົມໃຫ້ກອງທັບລາວໃນການຊ່ວຍເຫຼືອໄພພິບັດ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page