top of page
Search

ຍັງສືບຕໍ່​ປະ​ຕິ​ບັດ​ການກັກ​ບໍ​ລິ​ເວນຜູ້ທີ່​ເດີນ​ທາງ​ເຂົ້າ​ ສ ປ ປ ລາວ.

  • Writer: Superphil Phil
    Superphil Phil
  • Jun 30, 2020
  • 1 min read

ຍັງ​ປະ​ຕິ​ບັດ​ການຈຳ​ກັດ​ບໍ​ລິ​ເວນ​ຫລັງ​ຈາກ​ມີ​ຜູ້​ເດີນ​ທາງ​ເຂົ້າ​ລາວກວ່າ​ພັນ​ຄົນ. ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ 19 ມາ​ໄດ້​ເຄິງ​ປີ, ສປ​ປ ລາວ ຍັງ​​ຄົງ​ເອົາ​ໃຈ​ໃສ່​ໃນ​ການ​ປ້ອງ​ກັນ ແລະ ເອົາ​ໃຈ​ໃສ່​ເພື່ອ​ບໍ່​ໃຫ້​ພະ​ຍາດ​ດັ່ງ​ກ່​າວ​ກັບ​ຄືນ​ມາ​ລະ​ບາດ​ອີກ​ຮອບ​ສອງ, ສະ​ນັ້ນ ບັນ​ດາ​ສູນ​ກັກ​ບໍ​ລິ​ເວນ​ບາງ​ແຫ່ງກໍ່​ຍັງ​ຄົງ​ໄດ້ນຳ​ໃຊ້​ຕາມ​ປົກ​ກະ​ຕິ​ໃນ​ການ​ຮັບ​ບັນ​ດາ ແຮງ​ງານ ແລະ ປະ​ຊາ​ຊົນ ກັບ​ເຂົ້າ​ສູ່​ປະ​ເທດ​ເຊິ່ງ​ຫລ້າ​ສຸດ​ໃນ​ເດືອນ​ນີ້​ໄດ້​ມີ​ຜູ້​ເຂົ້າ​ມາ​ປະ​ເທດ​ລາວ​ກວ່າ​ພັນ​ຄົນ ແລະ ໄດ້​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ການ​ຈຳ​ກັດ​ບໍ​ລິ​ເວນ​ທີ່​ລັດວາງ​ອອກ. ​ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ຮູ້​ວ່າ ເປັນເວລາ 2 ເດືອນກວ່າແລ້ວ ທີ່ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່, ຫຼ້າສຸດ ການເກັບຕົວຢ່າງກວດວິເຄາະຫາເຊື້ອວັນທີ 28 ມິຖຸນາ ຜ່ານມາໃນຈໍານວນ 262 ຄົນ ຜົນກວດລ້ວນເປັນລົບ ບໍ່ມີຜູ້ຕິດເຊື້ອ. ທັງນີ້, ໃນວັນດຽວກັນມີຜູ້ເດີນທາງເຂົ້າລາວຜ່ານດ່ານຜ່ານແດນຕ່າງໆເຖິງ 1.665 ຄົນ ເຊິ່ງກຸ່ມຄົນເຫຼົ່ານີ້ແມ່ນຕ້ອງຈໍາກັດບໍລິເວນຢູ່ສູນໃຫ້ຄົບ 14ວັນ. ໃນວັນທີ 29 ມິຖຸນາ 2020 ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໂດຍມີສື່ມວນຊົນເຂົ້າຮ່ວມ.

ພາບ: laoedaily.com.la

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ການເຝົ້າລະວັງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດ 17 ໂມງຂອງວັນທີ 28 ມິຖຸນາຜ່ານມາ ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດ ມີຜູ້ເດີນທາງເຂົ້າລາວ ທັງໝົດ 1.665 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 28 ມິຖຸນາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 262 ຄົນ, ໃນນັ້ນ ມີແຮງງານລາວກັບມາແຕ່ໄທ 191 ຄົນ, ແຮງງານລາວມາແຕ່ ສປ ຈີນ 6 ຄົນ, ແຮງງານຫວຽດນາມ 25 ຄົນ, ແຮງງານໄທ 4 ຄົນ, ແຮງງານຈີນ 19 ຄົນ ແລະ ບຸກຄົນທົ່ວໄປ 17 ຄົນ, ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າເປັນເວລາ 78 ມື້ແລ້ວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຢູ່ລາວ. ປະ​ຕິ​ບັດ​ການຈຳ​ກັດ​ບໍ​ລິ​ເວນ​ຫລັງ​ຈາກ​ມີ​ຜູ້​ເດີນ​ທາງ​ເຂົ້າ​ລາວກວ່າ​ພັນ​ຄົນ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page