top of page
Search

ຍັງຄົນດຽວ ຜູ້ປ່ວຍຈາກພະຍາດໂຄວິດ-19 ໄດ້ອອກໂຮງໝໍອີກ 2 ຄົນ

  • Writer: Superphil Phil
    Superphil Phil
  • Jun 6, 2020
  • 1 min read

ຜູ້ປ່ວຍໂຄວິດຍັງຄົນຄົນດຽວ ແລະ ຢຸດຕິການຖ່າຍທອດສົດການຖະແຫຼງຂ່າວຂອງຄະນະສະເພາະກິດ. ວັນທີ 3 ມິຖຸນາ 2020 ຄະນະສະເພາະກິດໄດ້ຖະແຫລງໃຫ້ຮູ້ວ່າ ມື້ນີ້ຜູ້ປ່ວຍຈາກພະຍາດໂຄວິດ-19 ໄດ້ອອກໂຮງໝໍອີກ 2, ເຊິ່ງຜູ້ກ່ຽວຈະໄດ້ກັບບ້ານໄປຈໍາກັດບໍລິເວນອີກ 14 ວັນ ແລະ ກັບໄປກວດພະຍາດຄືນໃໝ່ອີກຢູ່ໂຮງໝໍ ຖ້າວ່າມີອາການປົກກະຕິ ຈຶ່ງຈະໄດ້ປະຕິບັດກິດຈະກໍາປົກກະຕິໃນສັງຄົມຕໍ່ໄປ. ຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບອີກວ່າ ມື້ນີ້ເປັນມື້ສຸດທ້າຍໃນການຖະແຫຼງຂ່າວໂດຍໂຈະການຖ່າຍທອດສົດ, ຖ້າມີສະຖານະການໃໝ່ຮີບດ່ວນ ຈຶ່ງຈະກັບມາຖ່າຍທອດສົດຄືນໃໝ່. ຂໍໃຫ້ບັນດາທ່ານຕິດຕາມຂ່າວຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ ທ່ານຍັງສາມາດຕິດຕາມໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນ ຂ່າວສານການແພດ ແລະ ສຸຂະສຶກສາ ແລະ ແຫລ່ງຂໍ້ມູນທີ່ໜ້າເຊືອຖືຕ່າງໆ.

ພາບ: ໜັງສືພິມວຽງຈັນທາມ.

ສ່ວນຜູ້ທີ່ອອກໂຮງໝໍໃນມື້ນີ້ແມ່ນກໍລະນີທີ 10 ເປັນເພດຍິງ ອາຍຸ 21 ປີ ຢູ່ບ້ານໜອງສະໂນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງຜູ້ກ່ຽວເຂົ້າຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 31 ມີນາ 2020, ເຊິ່ງໃຊ້ເວລາປິ່ນປົວ 64 ວັນ. ແລະ ອີກໜຶ່ງຄົນແມ່ນ ກໍລະນີທີ 17 ເປັນເພດຍິງ ອາຍຸ 32 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງດຽວກັນ ຜູ້ກ່ຽວເຂົ້າຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 11 ເມສາ 2020, ເຊິ່ງໃຊ້ເວລາປິ່ນປົວ 54 ວັນ. ຍັງເຫລືອຜູ້ປ່ວຍໂຄວິດ19 ພຽງແຕ່ຄົນດຽວທີ່ຍັງປິ່ນປົວຢູ່ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page