top of page
Search

ຊາວມົ້ງ ແລະ ພືດຜັກທັນຍາຫານຂອງຊາວເຜົ່າມົ້ງ

  • Writer: Superphil Phil
    Superphil Phil
  • Jun 6, 2020
  • 1 min read

ວິຖີ່ຊິວິດຂອງ ຊາວມົ້ງ ແລະ ພືດຜັກຂອງຊາວເຜົ່າມົ້ງ.

ປະຊາຊົນຊາວເຜົ່າມົ້ງໄດ້ອົບພະຍົບຈາກພາກໃຕ້ຂອງປະເທດຈີນໃນສະຕະວັດທີ 19 ໄປຢູ່ເຂດພູດອຍທາງພາກເໜືອຂອງລາວ, ເຊິ່ງປະຈຸບັນນີ້ຊາວມົ້ງເປັນໜຶ່ງໃນກຸ່ມຊົນເຜົ່າທີ່ໃຫ່ຍທີ່ສຸດໃນປະເທດລາວ. ວີທີການດຳລົງຊີວິດຂອງພວກເຂົາແມ່ນອີງໃສ່ການເຮັດໄຮ່, ເຊິ່ງໝາຍຄວາມວ່າພວກເຂົາຈະຕ້ອງໄດ້ຍ້າຍໝູ່ບ້ານຂອງຕົນເປັນປະຈຳ ຫຼັງຈາກທີ່ການປູກພືດໄດ້ເຮັດໃຫ້ດິນໂຊມ.

ພືດທີ່ໃຊ້ເປັນອາຫານຫຼັກຂອງຊາວມົ້ງແມ່ນເຂົ້າ ແລະ ສາລີ ລວມເຖິງຕົ້ນດອກຝິ່ນ (Papaver somniferum), ພາສາລາວເອີ້ນວ່າ ຢາຝິ່ນ, ພາສາມົ້ງເອີ້ນວ່າ yeeb) ເຊິ່ງພວກເຂົາເຄີຍປູກເປັນພືດເສດຖະກິດໃນເມື່ອກ່ອນ ແຕ່ດຽວນີ້ ແມ່ນໄດ້ປ່ຽນມາປູກໝາກໄມ້ ແລະ ຜັກແທນແລ້ວ. ເນື່ອງຈາກວ່າ ຊາວມົ້ງໃຊ້ຝິ່ນເປັນທັງຢາປິ່ນປົວ ແລະ ເພື່ອການຊຸມນຸມພົບປະກັນ ຜ່ອນຄາຍອາລົມ, ເຊິ່ງການຊົມໃຊ້ຝິ່ນແມ່ນເປັນໄປຕາມຮີດຄອງ ແລະ ປະເພນີທີ່ມີມາແຕ່ດົນນານ.

ພາບ: ໜັງສືພິມວຽງຈັນທາມ

ໃນຕຳນານຂອງຄົນມົ້ງ, ຄົນມົ້ງຈະເຫັນວ່າຝິ່ນມີຄວາມຄ້າຍຄຽງກັບຢາສູບ (Nicotlana tabacum, ພາສາລາວເອີ້ນວ່າຢາສູບ, ພາສາມົ້ງເອີ້ນວ່າ luam yeeb) ເພາະວ່າ ທັງສອງພືດນີ້ແມ່ນມາຈາກຮ່າງກາຍຂອງຍິງສາວທີ່ຕາຍຍ້ອນຄວາມຮັກ. ດອກຝິ່ນ: ຄົນມົ້ງໄດ້ປູກພືດຫຼາຍໆຊະນິດເພື່ອເປັນອາຫານ ລວມທັງພືດທັນຍາຫານ (ໝາກເດື່ອຍ) ໝາກອຶ, ໝາກຖົ່ວ, ພືດປະເພດທີ່ເປັນຫົວ (ມັນດ້າງ, ເຜືອກ), ອ້ອຍ, ພິກໄທ, ຂີງ ແລະ ໝາກໄມ້ (ໝາກກ້ວຍ, ໝາກຫຸ່ງ) ສ່ວນພືດປະເພດອື່ນ ແມ່ນປູກເພື່ອການຊົມໃຊ້ ສ່ວນຫຼາຍ ຄົນມົ້ງຈະໃຊ້ກັນຊົງຜະລິດເສື້ອຜ້າ (Cannabis sativa, ພາສາລາວແມ່ນກັນຊົງ, ພາສາມົ້ງແມ່ນ maj), ເຊິ່ງໄດ້ນຳເຂົ້າມາປະເທດລາວໃນສະຕະວັທີ 19. ວິຖີ່ຊິວິດຂອງ ຊາວມົ້ງ ແລະ ພືດຜັກຂອງຊາວເຜົ່າມົ້ງເຮົາ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

留言


© 2023 by NOMAD ON THE ROAD. Proudly created with Wix.com

bottom of page