ຊ່ຽວຊານແພດຈາກ ສປ ຈີນ ເດີນທາງກັບບ້ານພ້ອມຄຳອວຍພອນຂອງປະຊາຊົນລາວ
- Superphil Phil
- Apr 15, 2020
- 1 min read
ຂໍຂອບໃຈໄມຕີຈິດມິດຕະພາບອັນດີງາມຂອງ ສປ ຈີນ ທີ່ມີໃຫ້ ສປປ ລາວ ສະເໝີມາ ແລະ ຂໍໃຫ້ກັບບ້ານດ້ວຍຄວາມສະຫວັດດີພາບ.
ຄົບກໍານົດ 14ວັນ ທີມຊ່ຽວຊານແພດ ຈາກ ສປ ຈີນ ຍື່ນມືເຂົ້າມາຊ່ວຍເຫຼືອໃນເວລາທີ່ປະເທດເຮົາພວມພົບວິກິດໂຄວິດ-19 ລະບາດ ພ້ອມມອບ ອຸປະກອນຊ່ວຍເຫຼືອຕ່າງໆ ໃຫ້ແກ່ລາວ ເພື່ອເຮັດວຽກແລກປ່ຽນບົດຮຽນການຕໍ່ສູ້ກັບພະຍາດນີ້ຮ່ວມກັນ, ເຊິ່ງຫຼ້າສຸດວັນທີ 12 ເມສາ 2020 ໂດຍມີການນໍາຂອງລາວຮ່ວມສົ່ງທາງຢູ່ສະໜາມບິນສາກົນວັດໄຕ ສົ່ງທີມຊ່ຽວຊານແພດເດີນທາງກັບ ສປ ຈີນຢ່າງສົມກຽດ.

ຂອບໃຈຮູພາບ ແລະ ຂໍ້ມູນ: ຂ່າວເສດຖະກິດການຄ້າ
ພາຍຫຼັງທີ່ ສປ ຈີນເລີ່ມຫຼຸດພົ້ນຈາກວິກິດໂຄວິດ-19 ບັນດາແພດໝໍຈີນແມ່ນບໍ່ໄດ້ພັກຜ່ອນນອນເຊົາເມື່ອຍແຕ່ຢ່າງໃດ ແຕ່ກົງກັນຂ້າມພວກເຂົາເດີນສາຍຊ່ວຍເຫຼືອຊາວໂລກໄປຫຼາຍປະເທດ ຄວບຄູ່ກັບການສົ່ງບຸກຄະລາກອນແພດໝໍໄປຊ່ວຍກູ້ຊີວິດແລ້ວທາງການຈີນຍັງຈັດເຄື່ອງມືອຸປະກອນການແພດພ້ອມເໝົາຍົນໄປລຳໄປສົ່ງເຖິງບ່ອນເຖິງທີ່ອີກດ້ວຍ ລວມເຖິງລາວເຮົາເອງ ເຊິ່ງທີມຊ່ຽວຊານແພດພ້ອມອຸປະກອນການແພດຊ່ວຍເຫຼືອຕ່າງທເດີນທາງມາຮອດລາວຕັ້ງແຕ່ວັນທີ 29 ມີນາ 2020.
ສໍາລັບແຜນການເຮັດວຽກຢູ່ ສປປ ລາວ ຂອງຄະນະແພດ ແລະຊ່ຽວຊານ ແມ່ນໄດ້ມາຮ່ວມເຮັດວຽກເປັນເວລາ 14ວັນ ດ້ວຍການແບ່ງປະສົບການກັບຝ່າຍລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ, ກວດຄັດກອງຫາຜູ້ຕິດເຊື້ອ, ກວດວິເຄາະເຊື້ອພະຍາດຢູ່ຫ້ອງທົດລອງ ແລະປິ່ນປົວຄົນເຈັບ ພ້ອມທັງໄດ້ແລກປ່ຽນບົດຮຽນກັບກະຊວງສາທາລະນະສຸກ ແລະໂຮງໝໍສູນກາງຂອງ ສປປ ລາວ ລວມເຖິງທ້ອງຖິ່ນອີກ 2 ແຂວງຄື ຈຳປາສັກ ແລະຫຼວງພະບາງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments