top of page
Search

ຊ່ຽວຊານຈີນຈະປະຕິບັດໜ້າທີ່ຕ້ານໂຄວິດ-19 ຊ່ວຍລາວ 14 ວັນ

  • Writer: Superphil Phil
    Superphil Phil
  • Mar 30, 2020
  • 1 min read

ແພດໝໍຈີນຈຳນວນ 12 ທ່ານ ພ້ອມດ້ວຍອຸປະກອນການແພດ, ເຄື່ອງມືອຸປະກອນປິ່ນປົວທີ່ມີມູນຄ່າ 4,17 ລ້ານຢວນ,

ຈາກເມືອງ ຄຸນມິງ, ຢຸນນານ ສປ ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນແລ້ວ ດ້ວຍເຮືອບິນພິເສດຂອງສາຍການບິນ China Eastern ພາຍຫຼັງລັດຖະບານລາວປະກາດມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ສອງກໍລະນີທຳອິດ ແລະ ໄດ້ຮ້ອງຂໍການຊ່ວຍເຫຼືອຈາກຈີນບໍ່ເຖິງ 5 ວັນ.

Chinese doctor arrive Wattay

ພາບ: laopost.com


ສຳລັບແຜນການເຮັດວຽກ ຢູ່ ສປປ ລາວ ຂອງຄະນະແພດ ແລະ ຊ່ຽວຊານ ແມ່ນຈະດຳເນີນໄປໃນໄລຍະເວລາ 14 ວັນ, ໂດຍຈະແບ່ງປັນປະສົບການກັບຝ່າຍລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ, ກວດຫາຜູ້ຕິດເຊື້ອ, ກວດວິເຄາະເຊື້ອພະຍາດຢູ່ຫ້ອງທົດລອງ ແລະ ປິ່ນປົວຄົນເຈັບ, ພ້ອມທັງຈະແລກປ່ຽນບົດຮຽນ ກັບກະຊວງສາທາລະນະສຸກ ແລະ ໂຮງໝໍສູນກາງຂອງ ສປປ ລາວ.

ກ່ອນທີ່ໜ່ວຍຊ່ຽວຊານການແພດຈີນ ເດີນທາງມາຮອດປະເທດລາວ, ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອລາວ ເຊັ່ນ: ຊຸດປ້ອງກັນພະຍາດ 5.000 ຊຸດ, ຜ້າປິດປາກ N95 5.000 ອັນ, ຜ້າປິດປາກການແພດທຳມະດາ 4 ແສນອັນ ແລະ ນໍ້າຢາກວດຫາເຊື້ອພະຍາດ ຈຳນວນໜຶ່ງ, ຢາກວດນິວຄະເລອິກເຊື້ອໄວຣັດ 20.000 ອັນ ຈາກມູນນິທິ ແຈັກ ໝ່າ ໄດ້ສົ່ງໄປຮອດປະເທດລາວແລ້ວ, ອົງການປົກຄອງແຂວງຢຸນນານ, ແຂວງ ຫູນານ ແລະ ແຫ່ງຕ່າງໆ ພ້ອມດ້ວຍສະມາຄົມພັດທະນາເສດຖະກິດອາຊີຂອງຈີນ, ສະມາຄົມນັກທຸລະກິດຈີນແລະຕ່າງປະເທດ ແລະ ອົງການຈັດຕັ້ງທາງສັງຄົມ ຕ່າງກໍໄດ້ບໍລິຈາກເງິນ ແລະ ອຸປະກອນໃຫ້ປະເທດລາວເປັນຈຳນວນບໍ່ໜ້ອຍ.

ສາຍສຳພັນລາວ-ຈີນ ຄືຄວາມຮັກແພງຢ່າງສະໜິດສະໜົມຢ່າງແທ້ຈິງ ທ່າມກາງການຕໍ່ສູ້ກັບໂຣກລະບາດຮ້າຍແຮງ ໃນເວລາທີ່ຈີນຕ້ານກັບການແຜ່ລະບາດຂອງພະຍາດຢ່າງລຳບາກທີ່ສຸດ, ເຖິງວ່າປະເທດລາວເປັນປະເທດດ້ອຍພັດທະນາທີ່ມີປະຊາກອນບໍ່ເຖິງ 7 ລ້ານຄົນ ແລະ ມີຍອດມູນຄ່າເສດຖະກິດບໍ່ເຖິງ 20 ຕື້ໂດລາສະຫະລັດກໍຕາມ, ແຕ່ລາວກໍໄດ້ຊ່ວຍເຫຼືອເງິນສົດ 7 ແສນໂດລາສະຫະລັດ ແລະ ວັດຖຸອຸປະກອນປ້ອງກັນພະຍາດຫຼາຍງວດ, ເຊິ່ງເປັນການສະແດງອອກເຖິງ ຄວາມຈິງໃຈຢ່າງສຸດຄວາມສາມາດໃນການຈັດງານກຸສົນທີ່ນະຄອນຫຼວງວຽງຈັນທ່ານກາງ ສຽງເພັງຢ່າງອຳມະຕະ: “ຈີນສູ້ໆ! ອູຮັ່ນສູ້ໆ!” ເຊິ່ງເພງນີ້ໄດ້ຄອງອັນດັບໜຶ່ງໃນບັນຊີລາຍຊື່ເພງຕ້ານພະຍາດທີ່ມີຜູ້ຟັງຫຼາຍທີ່ສຸດ. ຜູ້ໃຊ້ອິນເຕີເນັດຂອງຈີນຫຼາຍພັນຫຼາຍລ້ານໄດ້ມີຄວາມເຫັນວ່າ: “ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສະຫງົບລົງແລ້ວຈະພາກັນເດີນທາງໄປເບິ່ງປະເທດລາວທີ່ສວຍງາມ ແລະ ສຳພັດກັບຈິດໃຈທີ່ມີຄວາມເມດຕາກະລຸນາແບບນີ້ຢ່າງແນ່ນອນ.”

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ: laopost.com

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page