top of page
Search

ຊົມໃຊ້ສິນຄ້າພາຍໃນປະເທດ ເພື່ອຫຼຸດຜ່ອນຄ່ານິຍົມຂອງນອກຕ້ານໄພເງິນເຟີ້

  • Writer: Superphil Phil
    Superphil Phil
  • Jun 26, 2020
  • 1 min read

ຫຼຸດຜ່ອນຂອງນອກຕ້ານໄພເງິນເຟີ້ຫັນມາຊົມໃຊ້ສິນຄ້າພາຍໃນ.

ຈາກ​ການ​ທີ່ລັດຖະບານ ໄດ້ນຳພາປະຊາຊົນລາວເຮົາ​ຜ່ານ​ຜ່າ​ວິດ​ກິດ​ຂອງ​ພະ​ຍາດ​ລະ​ບາດ​ໂຄວິດສາມາດ 19, ພ້ອມ​ທັງ​ນຳ​ພາ​ປະ​ຊາ​ຊົນ​ຜ່ານ​ການ Lock down ໂຄວິດ-19 Pandemic ໄດ້ສໍາເລັດຜົນໃນລະດັບທີ 1 ໃນ​ອາ​ຊຽນ ຮ່ວມກັບ ສສ ຫວຽດນາມ ​ຕາມບາງແຫຼ່ງຂ່າວຂອງຕ່າງປະເທດ ແລະ ປະ​ຊາ​ຊົນ​ລາວ​ຫລາຍໆ​ຄົນ​ກໍ່​ຮູ້​ສືກ​ປອດ​ໄພ​ ແລະ ຫລຸດ​ຜ່ອນ​ຈາກ​ຄວາມ​ກັງ​ວົນ​ຕ່າງໆ​ໃນ​ກາ​ນ​ໃຊ້​ຊິ​ວິດ.

​ແຕ່​ກໍ່​ຍັງ​ມີ​ບັນ​ຫາ ຫລື ສິ່ງ​ທີ່​ຕ້ອງ​ແກ້​ໄຂ ເພາະ​ຖ້າ​ຈະ​ມາ​ເບິ່ງ​ເລື່ອງ​ຄ່າ​ຂອງ​ເງິນ​ກີ​ບ​ປະ​ຈຸ​ບັນ​ນີ້​ແມ່ນ​ຕ່ຳ​ຫລາຍ​ຫາກ​ທຽບ​ໃສ່​ກັບ​ເງິນ​ໂດ​ລາ ຫລື ເງິນ​ບາດ​ໄທ, ສະ​ນັ້ນ​ມັນ​ຮອດ​ເວ​ລາ​ອັນ​ຄວນ​ແລ້ວ​ທີ່ປະຊາຊົນລາວທົ່ວສັງຄົມຕ້ອງຕັດສິນໃຈອັດປະຕູ ( ລັອກດາວ Lock down ) ຄວາມເຄີຍຊີນນິຍົມຂອງນອກຄືຕ້ອງ ” ງົດກິນ – ດື່ມ – ນຳໃຊ້ຂອງນອກ ” ໃຫ້ໄດ້ ໃນໄລຍະນີ້ ເພື່ອດຶງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຈາກຕິດລົບ1,80% ໃຫ້ສູງຂຶ້ນກວ່າ 1%, ໃຫ້ໃກ້ 6% ຕາມທີ່ທະນາຄານໂລກໄດ້ຄາດໄວ້ກ່ອນວິກິດໂຄວິດ – 19.

ພ​າບ: laoedaily.com.la

ຈຶ່ງຂໍໃຫ້ບັນດາທ່ານທີ່ມັກກິນຂອງທະເລ ກິນໝາກໄມ້ນອກ ຈັດງານໃຫຍ່ໆ ມັກດື່ມເຫຼົ້າວາຍນອກອັນແພງໆ ມັກໃຊ້ຂອງນອກ ມັກຊື້ຂອງຕ້ອນຂອງຝາກນອກ ຂອງຫຼູຫຼານອກ ຊື້ຂອງຍີ່ຫໍ້ອັນດັງໆນອກ ມາອວດອ້າງກັນໃຫ້ພຽງ ດີໃຈ ແມ່ນຕ້ອງຕັດສິນໃຈ ” ໂຈະ – ງົດ – ຫຼຸດຜ່ອນ ” ໄວ້ກ່ອນ. ອົງການຈັດຕັ້ງລັດ ແລະ ມະຫາຊົນກ່ຽວຂ້ອງ ຄວນຕ້ອງສ້າງຂະບວນການປຸກລະດົມທົ່ວສັງຄົມລາວໃຫ້ອວ່າຍໜ້າມາ ” ກິນ – ດື່ມ – ໃຊ້ ຂອງຜະລິດພາຍໃນທີ່ມີ ” ໃຫ້ກິນນໍາໃຊ້ໄປກ່ອນໃນໄລຍະນີ້ ອັນທີ່ບໍ່ຂັດຂວາງການພັດທະນາເສດຖະກິດສັງຄົມລາວເຮົາ ແລະ ບໍ່ຂັດກົດລະບຽບການຄ້າສາກົນທີ່ຫຼາຍປະເທດໄດ້ເຄີຍເຮັດມາແລ້ວ. ອັດຕາແລກປ່ຽນເງິນຕາ ” ກີບ – ບາດ – ໂດລາ ” ໃນ “ຮູບເສັ້ນສະແດງອັດຕາແລກປ່ຽນ ” ນັ້ນ ມັນສະແດງໃຫ້ເຫັນວ່າເງິນກີບຈະສືບຕໍ່ຕົກຄ່າໄປເລື້ອຍໆ. ຖ້າພວກເຮົາຍັງສືບຕໍ່ບໍລິໂພກຂອງນອກໃນບໍລິມາດສູງຄືທຸກມື້ນີ້ ແລະ ພວກເຮົາຍັງບໍ່ສາມາດ ” ບໍລິຫານສັງຄົມເສດຖະກິດ ” ກໍຄື ” ບໍລິຫານຄົນ ” ໃຫ້ຫຼຸດຜ່ອນຄວາມນິຍົມບໍລິໂພກຂອງນອກຫຼາຍກວ່າ 90% ໃນປັດຈຸບັນໃຫ້ຕໍ່າລົງໃຫ້ໄດ້. ຫຼຸດຜ່ອນຄ່ານິຍົມຂອງນອກຕ້ານໄພເງິນເຟີ້ຫັນມາຊົມໃຊ້ສິນຄ້າພາຍໃນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page