top of page
Search

​ຊົມ​ຄວາມ​ສວຍ​ງາມ​ຂອງ ຕາດຫຼັກ 5 ແຫຼ່ງທ່ອງທ່ຽວທຳມະຊາດແຂວງອຸດົມໄຊ.

  • Writer: Superphil Phil
    Superphil Phil
  • Sep 12, 2020
  • 1 min read

Updated: Oct 22, 2020

ຊົມ​ຄວາມ​ສວຍ​ງາມ​ຂອງ ຕາດຫຼັກ 5 ແຫຼ່ງທ່ອງທ່ຽວທຳມະຊາດແຂວງອຸດົມໄຊ. ຕາດ​ຫຼັກ​ຫ້າ ຫລື ຕາດ “ ຫ້ວຍຊາງ ” ເປັນ​ຊື່​ເດີມ​ທີ່​ປະ​ຊາ​ຊົນ​ເຄີຍ​ເອີ້ນ​ກັນ​ມາ ເນື່ອງຈາກຫ້ວຍດັ່ງກ່າວມີຊື່ເອີ້ນສອງແບບ ຄື: “ ຫ້ວຍຊາງ ( ໄມ້ຊາງ ) ແລະ ຫ້ວຍຊ້າງນໍ້າ ” ຫ້ວຍດັ່ງກ່າວແມ່ນມີນ້ຳໄຫຼອອກຈາກຕີນພູມາທ້ອນໂຮມກັນຢູ່ຈຸດດຽວ ແລ້ວກໍ່ເກີດເປັນໜອງນ້ຳ ໃຫຍ່ໃສເຢັນຊາວບ້ານຊ່າລືກັນວ່າມີຊ້າງນ້ຳຢູ່ຈຸດນັ້ນອອກກິນນໍ້າຈຶ່ງເອີ້ນວ່າ “ ຕາດຊ້າງ ”.    ເລາະ​ລຽບອ້ອມໄປ​ຕາມບໍລິເວນດັ່ງກ່າວ ຕັ້ງແຕ່ຫົວນ້ຳ ຫຼື ຈຸດນໍ້າອອກຈົນມາຮອດຈຸດປາກນ້ຳ ລ້ວນແຕ່ມີໄມ້ປ່ອງ ( ໄມ້ຊາງ ) ຈຶ່ງເອີ້ນວ່າ “ ຫ້ວຍຊາງ ” ແຕ່ຍ້ອນທີ່ຕັ້ງ ແລະ ໄລຍະທາງປະກອບດ້ວຍຊື່ດັ້ງເດີມຂອງບ້ານທີ່ຢູ່ຈຸດນັ້ນທາງໜ່ວຍງານທ່ອງທ່ຽວຂອງແຂວງ. ມາຮອດປີ 2013 ຕາດນີ້ໄດ້ປ່ຽນຊື່ຈາກຕາດຫ້ວຍຊາງມາເປັນຕາດຫຼັກ 5 ຫຼັງຈາກໄດ້ຮັບການພັດທະນາເປັນສະຖານທີ່ພັກຜ່ອນ ແລະ ທ່ອງທ່ຽວ​ທີ່​ສວຍ​ງາມ ແລະ ໜ້າ​ທ່ຽວ​ຊົມ​ຫລາຍ​ຂື້ນ.

ພາບ: laoedaily.com.la

    ​ໂດຍ​ຕາດ​ດັ່ງ​ກ່າວ​ນີ້ ຕັ້ງຢູ່ບ້ານວຽງສາ ເມືອງໄຊ ແຂວງອຸດົມໄຊ ຫ່າງຈາກເທສະບານເມືອງໄຊ ພຽງແຕ່ 5 ກິໂລແມັດ ແລະ ການເດີນທາງແມ່ນສະດວກສະບາຍ ເນື່ອງຈາກເສັ້ນທາງດັ່ງກ່າວເປັນເສັ້ນທາງປູຢາງ ປະມານ 5 ກິໂລແມັດ ແລະ ເສັ້ນທາງດິນແດງ ປະມານ 1,2 ກິໂລແມັດ. ຕາດຫຼັກ 5 ເປັນຕາດຂະໜາດນ້ອຍມີຄວາມສູງປະມານ 30 ກວ່າແມັດ, ມີນ້ຳໄຫຼຕະຫຼອດປີ ອີງໃສ່ຕາມລະດູຝົນນ້ຳຫຼາຍ ແລະ ລະດູແລ້ງນ້ຳໜ້ອຍ. ຖືວ່າເປັນອີກສະຖານທີ່ໜຶ່ງທີ່ຊາວແຂວງອຸດົມໄຊ ນິຍົມໄປພັກຜ່ອນໃນວັນພັກວຽກ ແລະ ວັນສຳຄັນຕ່າງໆ. ສິ່ງອໍານວຍຄວາມສະດວກຢູ່ບໍລິເວນຕາດ ປະກອບມີ: ຮ້ານອາຫານ ແລະ ຕູບພັກຜ່ອນ, ສະລອຍນ້ຳ, ອ່າງອາບນໍ້າທໍາມະຊາດເຢັນໆ, ທ່ຽວຊົມຖ່າຍຮູບນ້ຳຕົກຕາດ, ມີໜອງປາຕຶກເບັດ, ທ່ຽວຊົມສວນໝາກໄມ້ຢູ່ບໍລິເວນຕາດ, ຊົມຄວາມງາມຂອງນ້ຳຕົກ, ຖ່າຍພາບ ແລະ ອື່ນໆ ເຊິ່ງເປີດບໍລິ ການທຸກໆມື້ ເລີ່ມແຕ່ເວລາ 9:00 – 18:00 ໂມງ. ຕາດ​ຫຼັກ​ຫ້າ ອີກ​ໜຶ່ງ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ແຂວງ​ອຸ​ດົມ​ໄຊ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​  Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page