top of page
Search

ຈາກ​ນິ​ທານ​ສູ່​ສະ​ຖານ​ທີ່​ຈິງຖໍ້າ​ນາງ​ຜົມ​ຫອມ

  • Writer: Superphil Phil
    Superphil Phil
  • Apr 14, 2020
  • 1 min read

ຖໍ້າ​ນາງ​ຜົມ​ຫອມ ຫຼື ຖໍ້າຜາເມືອງ ຈາກເລື່ອງເລົ່າພື້ນບ້ານ ນິທານ “ນາງຜົມຫອມ”

ຈາກ​ນິ​ທານ​ເລື່ອງ​ເລົ່າ​ທີ່​ລື​ຊື່ ນາງ​ຜົມ​ຫອມ ທີ່​ໄດ້​ຍິນ​ກັນ​ມາ​ຕັ້ງ​ແຕ່​ນ້ອຍ​ຈົນ​ໃຫຍ່ ແລະ ເປັນ​ທີ່​ກ່າວ​ຂານ​ການ​ມາ​ຫລາຍ​ລ​ຸ້ນ​ຄົນ ເຊິງ​ຫລາຍໆ​ຄົນ​ຄົງ​ຍັງ​ບໍ່​ທັນ​ມີ​ໂອ​ກາດ​ມາ​ສຳ​ພັດ​ສະ​ຖານ​ທີ່​ທີ່​ມີ​ເລື່ອງ​ເລົ່າ​ຢູ່​ໃນ​ນິ​ທານ​ນັ້ນ, ຫາກ​ມີ​ໂອ​ກາ​ດ​ໄດ້​ໄປ​ທ່ານ​ຕ້ອງ​ໄປ​ທ່ຽວ​ຊົມ​ໃຫ້​ເຫັນ​ກັບ​ຕາ.

ບໍລິຄັນ ກໍ່ເປັນອີກເມືອງໜຶ່ງທີ່ມີຈຸດເດັນດ້ານທີ່ຕັ້ງຍຸດທະສາດຂອງແຂວງ ເພາະວ່າມີເສັ້ນທາ​ງ​ເລກ 4B ຕັດຜ່ານ ແລະ ເຊື່ອມຕໍ່ໄປຫາແຂວງຊຽງຂວາງ ຈຶ່ງເປັນທ່າແຮງໄດ້ດີໃນການພັດທະຂອງພື້ນຖານໂຄງລ່າງຂອງເມືອງ ພ້ອມດຽວກັນນີ້ເມືອງດັ່ງກ່າວຍັງມີຄວາມອຸດົມສົມບຸນທາງດ້ານທຳມະຊາດ ບວກກັບຮິດຄອງປະເພນີທີ່ມີຄວາມຫຼາກຫຼາຍ ເຮັດໃຫ້ບໍລິຄັນກາຍເປັນເມື່ອງທີ່ໜ້າສົນໃຈຂອງນັກທ່ອງທ່ຽວຫຼາຍໆຄົນ.

ພາບ: bolikhamxay.gov.la

ຖໍ້າຜາເມືອງ ຫຼື ຜາສາດ​ນາງ​ຜົມ​ຫອມ ກໍ່ເປັນອີກແຫຼ່ງທ່ອງທ່ຽວໜຶ່ງທີ່ມີຊື່ສຽງຂອງເມືອງ ມີທີ່​ຕັ້ງ​ຢູ່​ບ້ານ​ຜາ​ເມືອງ ​ເມືອງ​ບໍລິ​ຄັນ ຫ່າ​ງຈາກ​ເທດສະບານເມືອງ ໄປ​ຕາມ​ເສັ້ນທາ​ງ​ເລກ 4B ປະມານ 45 ກິໂລແມັດ.

ເປັນ​​ແຫຼ່ງ​ທ່ອງ​ທ່ຽວແຫ່ງ​ໜຶ່ງ​ທີ່​ມີ​ເອກະລັກສະເພາະມີຄວາມ​ສວຍ​ງາມ ​ຕັ້ງ​ສູງ​ສະຫງ່າ​ຢູ່​​ກາງ​ທົ່ງ​ນາ, ຢູຕາມຕີນ​ຜາຈະຖືກອ້ອມ​ຮອບ​ດ້ວຍຕົ້ນໄມ້ໃຫ່ຍສີຂຽວສົດໃສ ແລະ ຈະມີໂຫງ່ນຫີນນ້ອຍໃຫ່ຍ ໃຫ້ນັ່ງພັກຜ່ອນຖ່າຍຮູບ ແລະ ສຳພັດກັບທຳມະຊາດ​ທີ່​ອຸດົມສົມບູນ ບວກກັບສາຍລົມເຢັນ​ພັດ​ມາ​ເບົາໆ ເຮັດໃຫ້ຜູ້ທີ່ເຂົ່າມາທ່ຽວຊົມຮູ້ສຶກຜ່ອນຄາຍ​ ປານນັ່ງຢູ່ສວນອຸດທະຍານກໍ່ບໍ່ປານ, ​ ເມື່ອຢ່າງເຂົາໄປໃນຢູ່ປາກຖ້ຳຈະມີສາຍນ້ຳທີ່ໃສເຢັນ ຕໍ່ຈາກນັ້ນທາງໃນຖຳຈະມີໂຫງ່ນຫີນນ້ອຍໃຫ່ຍ ທີ່ມີຄວາມສວຍງາມ ແລະ ຮູບຮາງລັກສະນະແຕກຕ່າງກັນ ຂື້ນກັບຈິນຕະນາການຂອງຜູ້ທີເຂົ້າມາທ່ຽວຊົມ. ຖໍ້າ​ນາງ​ຜົມ​ຫອມ ຈາກເລື່ອງເລົ່າພື້ນບ້ານທີ່​ໜ້າ​ຄົ້ນ​ຫາ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page