top of page
Search

ຈະແຈ້ງ, ກະຈ່າງແຈ້ງ ແລະ ແຈ່ມແຈ້ງ ມີຄວາມໝາຍຄືກັນ ແລະ ຕ່າງກັນຄືແນວໃດ?

  • Writer: Superphil Phil
    Superphil Phil
  • Jun 11, 2020
  • 1 min read

ຈະແຈ້ງ, ກະຈ່າງແຈ້ງ ແລະ ແຈ່ມແຈ້ງ ມີຄວາມໝາຍຄືກັນ ແລະ ຕ່າງກັນຄືແນວໃດ? มารู้จักกับคำว่า จะแจ้ง( ชัดเจน) กระจ่างแจ้ง และ แจ่มแจ้ง ຈະແຈ້ງ ກັບ ແຈ່ມແຈ້ງອາດຈະມີຄວາມໝາຍດຽວກັນ ນັ້ນໝາຍເຖິງຄວາມຊັດເຈນ, ຄວາມແນ່ນອນ,ບໍ່ມີສິ່ງແອບແຝງລີ້ລັບ,ມັນຄືຄວາມແນ່ໃຈ ທີ່ບໍ່ມີປິດສະໜາ,ບໍ່ມີການປິດປັງໃດໆ ຈຶ່ງເວົ້າໄດ້ວ່າເປັນຄໍາຕອບທີ່ຊັດເຈນ ຖ້າເວົ້າໃນດ້ານຄະດີທາງດ້ານລົບກະຄືຜູ້ກະທໍາຄວາມຜິດໄດ້ຍອມຮັບຜິດຕາມຄວາມເປັນຈິງທີ່ໄດ້ກະທໍາ ສານກໍ່ຕັດສິນໄປຕາມຄວາມເປັນທໍາ ໂດຍທີ່ໂຈດບໍ່ສາມາດປະຕິເສດຂໍ້ຜິດນີ້ໄດ້, ແຕ່ຖ້າເວົ້າທາງດ້ານບວກຜູ້ທີ່ບໍ່ໄດ້ກະທໍາຜິດແຕ່ຖືກກ່າວຫາໃຫ້ເປັນຜູ້ກະທໍາຜິດ ກໍ່ຕ້ອງໄດ້ຮັບຄວາມເປັນທໍາສຸດທ້າຍກໍ່ພົ້ນຄະດີ ນັ້ນຄືສານໄດ້ຕັດສິນຄະດີຢ່າງເປັນທໍາ ແລະ ຊັດເຈນ.

ເວົ້າລາວກັນ

ບໍ່ແມ່ນແຕ່ເລື່ອງດ້ານຄະດີ ແຕ່ກໍ່ຍັງມີຫຼາຍໆດ້ານ ທີ່ສ່ອງແສງເຖິງຄວາມຊັດເຈນ ຄວາມລະອຽດຂອງຜູ້ເຮັດວຽກ ເຮັດງານ ເຊັ່ນ: ຄູສອນຢ່າງລະອຽດຊັດເຈນ…ເວົ້າລວມແລ້ວຄໍາວ່າ: ຈະແຈ້ງ ແລະ ແຈ່ມແຈ້ງ ໝາຍເຖິງສິ່ງທີ່ປະກົດໃຫ້ເຫັນກັບຕາວ່າມີຄວາມຊັດເຈນ. ແຕ່ຄໍາວ່າແຈ່ມແຈ້ງອາດໃຊ້ໄດ້ຫຼາຍກໍລະນີ ບາງອັນກໍ່ໃຊ້ກ່ຽວກັບສິ່ງວັດຖຸທີ່ເຫັນກັບຕາ ເຊັ່ນວ່າ: ຄືນນີ້ດວງຈັນແຈ່ມແຈ້ງ ຫຼື ບາງຄັ້ງກໍ່ເວົ້າວ່າ ດວງຈັນແຈ່ມໃສ, ຄືນນີ້ທ້ອງຟ້າແຈ່ມໃສເປັນພິເສດ…ເຫຼົ່ານີ້ເປັນຕົ້ນ. ພາສາລາວກັບຄໍາວ່າ: ຈະແຈ້ງ, ກະຈ່າງແຈ້ງ ແລະ ແຈ່ມແຈ້ງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page