ຈະສ້າງເມືອງໄຊທານີເປັນເມືອງທ່ອງທ່ຽວກະສິກຳສະອາດອຸດສາຫະກຳທັນສະໄໝ.
- Superphil Phil
- Sep 19, 2020
- 1 min read
Updated: Sep 20, 2020
ຈະສ້າງເມືອງໄຊທານີເປັນເມືອງທ່ອງທ່ຽວກະສິກຳສະອາດອຸດສາຫະກຳທັນສະໄໝ. ເມືອເວົ້າເຖິງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນເມືອງໜຶ່ງທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ ມີສາຍນ້ຳງື່ມໄຫຼຜ່ານ ຍາວ 52,6 ກິໂລແມັດ ເຊິ່ງເປັນແມ່ນ້ຳສາຍຫຼັກທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດ ເປັນແຫຼ່ງທຳມາຫາກິນ ການຄົມມະນາຄົມຂົນສົ່ງໂດຍສານ ການທ່ອງທ່ຽວ ເປັນແຫຼ່ງສະໜອງນ້ຳຕົ້ນຕໍໃຫ້ແກ່ການຜະລິດກະສິກຳ. ດັ່ງທີ່ໄດ້ເຫັນກັນຢູ່ແລ້ວແຖວເມືອງໄຊທານີຖືວ່າເປັນເມືອງໜືງທີ່ອຸດົມສົມບູນໄປດ້ວຍກະສິກຳ ແລະ ອຸດສາຫະກຳຢ່າງຫລວງຫລາຍ, ສະນັ້ນ ອົງການປົກຄອງເມືອງໄຊທານີ ຈຶ່ງໄດ້ຖືເອົາການພັດທະນາບ້ານ ວັດທະນະທຳຕິດພັນກັບການທ່ອງທ່ຽວ ແລະ ມີແຜນສ້າງເມືອງທ່ອງທ່ຽວກະສິກຳສະອາດ ອຸດສາຫະກຳທັນສະໄໝ ເປັນມິດກັບສິ່ງແວດລ້ອມ ແນໃສ່ສ້າງທ່າແຮງດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເມືອງໄຊທານີ ນັບມື້ນັບຫຼາຍຂຶ້ນ.

ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ອົງການປົກຄອງເມືອງໄຊທານີ ກໍຄື ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງໄຊທານີ ໄດ້ຊຸກຍູ້ສ້າງຄອບຄົວວັດທະນະທຳໄດ້ 104 ບ້ານ ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 100% ມອບໃບຢັ້ງຢືນຄອບຄົວວັດທະນະທຳ 32.540 ຄອບຄົວ ທຽບໃສ່ປີ 2014 ເພີ່ມຂຶ້ນ 78% ປະກາດເປັນບ້ານວັດທະນະທຳໄດ້ 92 ບ້ານ ທຽບໃສ່ປີ 2014 ເພີ່ມຂຶ້ນ 88% ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 115%. ພ້ອມນັ້ນ ໄດ້ພັດທະນາການທ່ອງທ່ຽວຕາມສາຍນ້ຳງື່ມ ໂດຍມີການສຳຫຼວດນັບແຕ່ບ້ານນາກຸງລົງຮອດປ່າສະຫງວນເວີນແທ່ນ 17 ຄັ້ງ ໄດ້ຈັດຂະບວນຄາລະວານທ່ອງທ່ຽວທຳມະຊາດພູເຂົາຄວາຍ ຕາດຊອຍວອຍ 3 ຄັ້ງ ມີຄົນເຂົ້າຮ່ວມ 600 ກວ່າຄົນ ໄດ້ຄຸ້ມຄອງໂຮງແຮມ ເຮືອນພັກ ຣີສອດ ຮ້ານອາຫານ ຮ້ານບັນເທິງ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ. ແນະນຳໃຫ້ມີການປັບປຸງໃຫ້ເຂົ້າສູ່ມາດຕະຖານ ເນັ້ນຄວາມສະອາດ ປອດໄພຂອງຜູ້ມາໃຊ້ບໍລິການ ສະແດງອອກ 5 ປີຜ່ານມາ ມີນັກທ່ອງທ່ຽວມາທ່ຽວຊົມເມືອງໄຊທານີ 507.500 ຄົນ ພ້ອມນັ້ນ ໄດ້ເຮັດບົດບັນທຶກ ສຶກສາອົບຮົມຫົວໜ່ວຍທຸລະກິດ 295 ສະບັບ ອອກແຈ້ງການປິດຮ້ານກິນດື່ມທີ່ເຄື່ອນໄຫວບໍ່ຖືກຕ້ອງ 55 ຫົວໜ່ວຍ ຮ້ານບໍລິການບັນເທິງກາງແຈ້ງໃກ້ເຂດມະຫາວິທະຍາໄລແຫ່ງຊາດ 16 ຮ້ານ ສັ່ງປິດການບໍລິການບັນເທິງ ພາຍໃນຮ້ານ 11 ຮ້ານ ສັ່ງປິດການດຳເນີນທຸລະກິດຮ້ານອາຫານ ແລະ ຮ້ານກິນດື່ມ 21 ຮ້ານ. ເມືອງໄຊທານີຈະສ້າງເປັນເມືອງທ່ອງທ່ຽວກະສິກຳອຸດສາຫະກຳທັນສະໄໝ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments