ຈະພັດທະນາຖ້ຳຜາກ້າໃຫ້ເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງ.
- Superphil Phil
- Jul 25, 2020
- 1 min read
ຈະພັດທະນາຖ້ຳຜາກ້າໃຫ້ເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງ. ເມືອງແມດແຂວງວຽງຈັນເວົ້າໄດ້ວ່າເປັນພື້ນທີ່ທີ່ມີທີວທັດທຳມະຊາດພູຜາສວຍງາມຫຼາຍ ປະຈຸບັນທີ່ຍັງບໍ່ມີຫຍັງ ແຖວນັ້ນຍັງງາມປານພາບວາດ ໃນສາຍຕາຂອງຜູ້ພົບເຫັນ ສະນັ້ນ ເພື່ອໝູນໃຊ້ທ່າແຮງທີ່ມີໃຫ້ເກີດປະໂຫຍດແກ່ການທ່ອງທ່ຽວກໍ່ຄືສ້າງລາຍຮັບສູ່ແຂວງວຽງຈັນ ແລະປະຊາຊົນທ້ອງຖິ່ນ ໄວໆນີ້ຈະໄດ້ພັດທະນາຖ້ຳຜາກ້າເປັນແຫລ່ງທ່ອງທ່ຽວ. ໃນວັນທີ 16 ກໍລະກົດ 2020ນີ້ ທີ່ຫ້ອງປະຊຸມເມືອງແມດ, ໄດ້ຈັດກອງປະຊຸມປຶກສາຫາລື ວາງແຜນລົງເກັບກຳຂໍ້ມູນສືກສາຄວາມເປັນໄປໄດ້ເບື້ອງຕົ້ນກ່ຽວກັບການກຳນົດເຂດ, ເນື້ອທີ່ແຫລ່ງທ່ອງທ່ຽວທຳມະຊາດຖ້ຳຜາກ້າ,ຖ້ຳຫີນ ແລະ ຖ້ຳລືສີ ບ້ານນ້ຳເຟືອງ ເມືອງແມດແຂວງວຽງຈັນ ຂອງບໍລິສັດ ວຽງໄຊ ດວງປັນຍາ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໂດຍການ ເປັນປະທານຂອງທ່ານ ຄຳປ່ຽນ ແສງສະຫວັດ ເລຂາພັກເມືອງ,ເຈົ້າເມືອງໆແມດ.
ອງປະຊຸມໄດ້ຄົ້ນຄວ້າ ປຶກສາຫາລື ສ້າງຄວາມເປັນເອກະພາບ ກ່ຽວກັບເຈດຈຳນົງກໍຄືບັນດາກິດຈະກຳຕ່າງໆທີ່ທາງບໍລິສັດນຳສະເໜີ, ບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ, ຂອບເຂດແດນລະຫວ່າງເມືອງ, ເຂດສຳປະທານ ,ເຂດບໍລິການ ແລະ ດ້ານອື່ນໆໃຫ້ລະອຽດ. ເພື່ອສືບຕໍ່ລົງສຳຫລວດສະຖານທີ່ຕົວຈິງ ເກັບກຳຂໍ້ມູນຢ່າງລະອຽດ ແລະ ສືບຕໍ່ນຳສະເໜີຂໍອານຸມັດການລົງທືນໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ຖ້ຳຜາກ້າຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments