top of page
Search

ຈະ​ສົງນໍ້າພຣະຈັ່ງ​ໃດ​ຢູ​ພາຍໃນ​ບ້ານ ຫລື ເຮືອນ​ຂອງ​ຕົນ​ເອງ

  • Writer: Superphil Phil
    Superphil Phil
  • Apr 14, 2020
  • 1 min read

ຂັ້ນຕອນ ແລະ ວິທີສົງນໍ້າພຣະຢູ່ເຮືອນ

ເຖິງວ່າປີນີ້,​ ທາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໄດ້ແຈ້ງການໃຫ້ແຕ່ລະວັດໃນທົ່ວປະເທດງົດການຈັດສົງພຣະພຸດທະຮູບຕາມວັດຕ່າງໆ ເນື່ອງຈາກວ່າມີຄວາມສ່ຽງໃນການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ເຮົາກໍ່ສາມາດສົງພຣະພຸດທະຮູບຢູ່ເຮືອນໄດ້ຕາມປົກກະຕິ.

ພາບ: insidelaos.com

ການສົງນໍ້າພຣະ ແມ່ນການອະນາໄມ ພຣະພຸດທະຮູບ ຫິ້ງພຣະ ຮູບພາບ ແລະ ສິ່ງຂອງຕ່າງໆ ລວມໄປເຖິງສະຖານທີ່ປະດິດສະຖານຂອງອົງພຣະພຸດທະຮູບ ໃຫ້ສະອາດ ບໍລິສຸດ ເຊິ່ງເປັນພິທີທີ່ມີມາແຕ່ບູຮານນະການ ແລະ ໄດ້ສືບຕໍ່ກັນມາຈົນຮອດປະຈຸບັນ ນອກຈາກນີ້ແລ້ວ ຍັງເປັນການສະແດງເຖິງຄວາມເຄົາລົບ ແລະ ເຫຼືອມໃສ ຕໍ່ພຣະລັດຕະນະໄຕທັງ 3 ປະການອີກດ້ວຍ.

ມື້ນີ້ໄດ້ນຳເອົາວິທີສົງນໍ້າພຣະຢູ່ເຮືອນ ມາໃຫ້ທຸກຄົນໄດ້ປະຕິບັດນໍາກັນໃນຊ່ວງປີໃໝ່ລາວທີ່ຈະມາຮອດນີ້

ອຸປະກອນທີ່ຕ້ອງກຽມ

  1. ຜ້າຂາວ ຫຼື ຟອງນໍ້າ ເພື່ອອະນາໄມ

  2. ຂັນໃສ່ນໍ້າ ເພື່ອອະນາໄມ

  3. ໂຕະປະດິດສະຖານຊົ່ວຄາວ

  4. ພານ ຫຼື ຖາດຮອງຕາມຄວາມເໝາະສົມ

  5. ເຄື່ອງຫອມ ເຊັ່ນ: ດອກໄມ້ ນໍ້າຫອມ ນໍ້າມັນຈັນ

  6. ຂັນສຳລັບໃສ່ນໍ້າສົງພຣະ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page