top of page
Search

ຈະ​ມາ​ເວົ້າຄວາມ​ໝາຍ​ຂອງ​ຄຳ​ວ່າ “ສິນ”

  • Writer: Superphil Phil
    Superphil Phil
  • Apr 21, 2020
  • 1 min read

ຄວາມໝາຍຂອງຄໍາວ່າ: “ສິນ”

​ຫລາຍໆ​ທ່ານ​ຄົງ​ເຄີຍ​ໄດ້​ຍິນ​ມາ​ຢູ່​ແລ້ວ, ບໍ່​ວ່າ​ຈະ​ເປັນ​ທາງ ສ​ປ​ປ ລາວ ແລະ ທາງ​ປະ​ເທດ​ໄທເຮົາ ທີ່​ມີ​ຄວາມ​ຄ້າຍ​ຄື​ກັນ​ໃນ​ດ້ານ​ພາ​ສາ ແລະ ຄຳ​ເວົ້າ, ​ໂດຍ​ສະ​ເພາະ​ແມ່ນ​ເຮົາ​ມີ​ທັງ​ວັດ​ທະ​ນາ​ທຳຄຳ​ສັບທີ່​ຄ້າຍ​ຄື​ກັນ ແລະ ສາ​ສະ​ໜາ ພຸດ ແລະ ອື່ນໆ.

1. ສິນ: ໝາຍ ເຖິງສົມບັດທາງວັດຖຸ ເງິນ; ຄໍາ ຂອງໃຊ້ທີ່ມີຄ່າ ເປັນສິນຄ້າ ທີ່ສາມາດແລກປ່ຽນຊື້ຂາຍຕາມທ້ອງຕະຫຼາດ ແລະ ສະຖານທີ່ທົ່ວໄປ; ສິນສາມາດແປໄດ້ຫຼາຍຄວາມໝາຍຂຶ້ນກັບຄໍາເວົ້າທີ່ຈະເອົາມາປະສົມໃສ່ທາງໜ້າຫຼືທາງຫຼັງຂອງຄໍາວ່າ ສິນ ເຊັ່ນຄໍາວ່າ: ສິນສົມສ້າງ ໝາຍເຖິງສັບສິນທີ່ຜົວເມຍຫາມາໄດ້ຫຼັງແຕ່ງງານທີ່ສະສົມຮ່ວມກັນມາ; ສິນສອດແມ່ນເງິນຄ່າດອງທີ່ຜູ້ຊາຍມາມອບໃຫ້ຝ່າຍຍິງກ່ອນ ຫຼື ຫຼັງການແຕ່ງດອງ; ສິນບົນ ແມ່ນເງິນວ່າຈ້າງຜູ້ອື່ນທໍາຜົນປະໂຫຍດໃຫ້ຕົນໂດຍບໍ່ຖືກຕ້ອງຕາມກົດໝາຍ; ສິນເຊື່ອ ໝາຍເຖິງການປ່ອຍເງິນໃຫ້ຜູ້ອື່ນກູ້ຢືມທີ່ມີດອກເບ້ຍ ມີລະບົບ ໃນການກູ້ຢືມຈະຕ້ອງມີສັນຍາທີ່ຜ່ານໄປຕາມຂະບວນການຍຸຕິທໍາ. 2. ສິນ: ແມ່ນຂໍ້ປະຕິບັດຕາມຄໍາສອນຂອງຊາດສະໜາທີ່ຕົນນັບຖື ເພື່ອຝຶກແອບຈິດໃຈ ແລະ ຮ່າງກາຍໃຫ້ມີສໍາມະທິ ຫຼື ສະຕິໃນການໃຊ້ຊີວິດ ໃຫ້ມີສິນລະທໍາເຊັ່ນ: ສິນຫ້າຄືຫຼັກການປະຕິບັດ 5 ຢ່າງສໍາລັບຄົນທໍາມະດາທົ່ວໄປເພື່ອຢູ່ແບບສະຫງົບສຸກບໍ່ບຽດບຽນໃຜຄື: ບໍ່ລັກ; ບໍ່ຕົວະ; ບໍ່ຂ້າ; ບໍ່ເສບສິ່ງມືນເມົາ ແລະ ບໍ່ລ່ວງເກີນທາງປະເວນີກັບຍິງອື່ນ, ດັ່ງນັ້ນ;ຈຶ່ງມີວັນສິນ ວັນພຣະ ໃຫ້ເຮົາປະຕິບັດມາຈົນເທົ່າທຸກມື້ນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page