top of page
Search

ຈີນອະນຸມັດ152ໂຄງການພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ລ້ານຊ້າງ

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read


ສປ ຈີນ ໄດ້ໃຫ້ທຶນ 300 ລ້ານໂດລາ ໃນກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆໃນປະເທດສະມາຊິກ, ມາຮອດປັດຈຸບັນມີຫຼາຍກວ່າ 300 ໂຄງການ.



ຮູບ​ຈາກ: ເສດຖະກິດ-ການຄ້າ



ໃນນີ້, ມີ 36 ໂຄງການ ທີ່ຈັດຕັ້ງປະຕິບັດຢູໃນ ສປປ ລາວ. ຫຼ້າສຸດ, ກໍໄດ້ປະກາດອະນຸມັດໂຄງການງວດໃໝ່ ປະຈໍາປີ 2020 ໃນຈຳນວນ 152 ໂຄງການ.

ປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ໃນວັນທີ 20 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ແລະ ບັນດາຄະນະຜູ້ແທນ ຈາກປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນຜົນການຮ່ວມມືຂອບການຮ່ວມມື ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຖະແຫຼງການຊານຢາ ກອງປະຊຸມຜູ້ນໍາແມ່ນໍ້າ ຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 1, ຖະແຫຼງການພະນົມເປັນ ກອງປະຊຸມຜູ້ນໍາແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ ແຜນປະຕິບັດງານ 5 ປີ ( 2018-2022 ) ຂອງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.ບັນດາປະເທດສະມາຊິກໄດ້ມີການສ້າງຕັ້ງກອງເລຂາປະສານງານ ແລະ ສູນຄົ້ນຄວ້າແມ່ນໍ້າຂອງສາກົນຂອງແຕ່ລະປະເທດຂຶ້ນ, ໄດ້ມີການຍົກລະດັບກົນໄກການຮ່ວມມືໃນຂົງເຂດການຄຸ້ມຄອງຊັບພະຍາກອນນໍ້າ ຈາກໜ່ວຍງານວິຊາການໄປສູ່ລະດັບກອງປະຊຸມລັດຖະມົນຕີດ້ານຊັບພະຍາກອນນໍ້າ ໃນເດືອນທັນວາ 2019.

ໃນນັ້ນມີ 36 ໂຄງການ ທີ່ກໍາລັງຖືກຈັດຕັ້ງປະຕິບັດຢູ່ ສປປ ລາວ ອັນພົ້ນເດັ່ນ ແມ່ນໂຄງການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ລວມມູນຄ່າ 33 ລ້ານຢວນ ຫຼື ປະມານ 42 ຕື້ກີບ,

ໂຄງການປິ່ນປົວແກ່ນຕາຂຸ້ນບໍ່ເສຍຄ່າໂດຍແພດຊ່ຽວຊານຈາກ ສປ ຈີນ ທີ່ເດີນທາງມາໃຫ້ການກວດຮັກສາຢູ່ ສປປ ລາວ ແລະ ໂຄງການສ້າງຄວາມອາດສາມາດໃຫ້ແກ່ພະນັກງານທີ່ຕິດພັນກັບ 5 ຂົງເຂດບຸລິມະສິດຂອງການຮ່ວມມື.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຂອບການຮ່ວມມື ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ກ້າວໄປສູ່ລວງເລິກ ແລະ ລວງກວ້າງ ກໍຄືການຂະຫຍາຍການຮ່ວມມືໄປສູ່ຂົງເຂດອື່ນໆທີ່ເຫັນວ່າມີຄວາມຈໍາເປັນ ແລະ ເໝາະສົມ ເຊັ່ນ: ຂົງເຂດສາທາລະນະສຸກ ແລະ ສຶກສາ ເປັນຕົ້ນ.

ພ້ອມດຽວກັນນີ້, ສປ ຈີນ ກໍໄດ້ປະກາດອະນຸມັດໂຄງການງວດໃໝ່ ປະຈໍາປີ 2020 ພາຍໃຕ້ກອງທຶນພິເສດ ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ອີກຈໍານວນ 152 ໂຄງການ ເພື່ອສືບຕໍ່ຈັດຕັ້ງປະຕິບັດຢູ່ບັນດາປະເທດສະມາຊິກ.

ໃນຕອນທ້າຍກອງປະຊຸມກໍໄດ້ຮັບຮອງເອົາຖະແຫຼງຂ່າວຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ຮັບຊາບເອກະສານແນບທ້າຍ 3 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page