top of page
Search

ຈີນຊ່ວຍເຫລືອ​ລ້າກວ່າ 87 ລ້ານຢວນເພື່ອສ້າງເມືອງອັດສະລິຍະຢູ່ລາວ.

  • Writer: Superphil Phil
    Superphil Phil
  • Sep 12, 2020
  • 1 min read

ຈີນຊ່ວຍເຫລືອ​ລ້າກວ່າ 87 ລ້ານຢວນເພື່ອສ້າງເມືອງອັດສະລິຍະຢູ່ລາວ. ຈາ​ກ​ການ​ທີ່ ສ​ປ​ປ ລາວ ໄດ້ເປີດນຳໃຊ້ລະບົບ 5G ໃນທ້າຍເດືອນສິງຫາຜ່ານມາ, ​ກາຍ​ເປັນ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ເພີ່ມ​ຂື​້ນ​ຕື່ມ​ໃນ​ການພັດທະນາເຕັກໂນໂລຊີເຄືອຂ່າຍອິນເຕີເນັດ ປະກອບສ່ວນເຂົ້າໃນແຜນພັດທະນາເມືອງຕົວແບບ ກໍຄືເມືອງອັດສະລິຍະ (Smart City) ຂອງລັດຖະບານໃຫ້ສຳເລັດຕາມເປົ້າໝາຍ.  ຕາມ​ການ​ລາຍ​ງານ​ຂອງ​ສຳ​ນັກ​ຂ່າວສານປະ​ເທດ​ລາວ(ຂ​ປ​ລ) ໃຫ້​ຮູ້​ວ່າ: ລັດຖະບານ ສປ ຈີນ ປະກາດໃຫ້ການຊ່ວຍ ເຫລືອ ສປປ ລາວ 87 ລ້ານກວ່າຢວນ ເພື່ອຍົກລະດັບ ແລະ ປັບປຸງການພັດທະນາພື້ນຖານໂຄງລ່າງ ໃນນະຄອນຫລວງວຽງຈັນໃຫ້ມີສີສັນ ແລະ ກາຍເປັນເມືອງອັດສະລິຍະແບບໃໝ່ຕາມຍຸກຕາມສະໄໝ.  ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດເຜີຍວ່າ: ວັນຊາດ ທີ 2 ທັນວາ 2020 ນີ້ ເສັ້ນທາງສາຍ ຫລັກໃຈກາງນະຄອນຫລວງວຽງຈັນ ແລະ ສວນສາທາລະນະ ປະຕູໄຊ ຈະໄດ້ຮັບການປະຕິຮູບໃຫ້ມີ ຄວາມສະຫວ່າງສະໄຫວ ແລະ ສວຍສົດງົດງາມຂຶ້ນກວ່າເກົ່າ ພາຍຫລັງລັດຖະບານຈີນໄດ້ຊ່ວຍເຫລືອທຶນ ຮອນລ້າໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ແລະ ປັບປຸງພື້ນຖານໂຄງລ່າງເຫລົ່າ​ນັ້ນ.

ພາບ: sabaideeasean.orgfree.com

    ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະນັກງານ ແລະ ບໍ່ແຮ່ນະຄອນຫລວງວຽງຈັນ ເປີດເຜີຍວ່າ: ງົບຈຳນວນນີ້ຈະສຸມໃສ່ປັບປຸງລະບົບໄຟຟ້າ, ນ້ຳປະປາຢູ່ສວນປະຕູໄຊ, ປັບປຸງລະບົບນ້ຳພຸ ແລະ ໄຟເຍືອງທາງໃຈກາງນະຄອນຫລວງ ໂດຍຈະເອົາເສົາໄຟຟ້າໂຕໃໝ່ໃສ່ ມີມາດຕະຖານສູງ ເພື່ອປ່ຽນ ແທນເສົາໄຟເຍືອງທາງເກົ່າ ແລະ ຈະເອົາສາຍໄຟຟ້າເຍືອງທາງລົງໃຕ້ດິນໃນ 5 ເສັ້ນທາງ. ມີຖະໜົນ ລ້ານຊ້າງ, ຖະໜົນ 23 ສິງຫາ ແຕ່ປະຕູໄຊຫາວົງວຽນນ້ອຍຂ້າງເດີ່ນທາດຫລວງ, ຖະໜົນໜອງບອນ ແຕ່ສີ່ແຍກໄຟອຳນາດທາດຫລວງເຖິງວົງວຽນ 450 ປີ, ຖະໜົນໄກສອນ ພົມວິຫານ ແຕ່ວົງວຽນ 450 ປີ ຫາປະຕູໄຊ, ຖະໜົນມະໂຫສົດ ແຕ່ 3 ແຍກຫໍຄຳຫາໂຮງໝໍມະໂຫສົດຫາສາມແຍກຕາຝັ່ງເຈື່ອນແຄມ ຂອງ, ຖະໜົນຕາຝັ່ງເຈື່ອນແຕ່ 3 ແຍກຂ້າງສວນອານຸວົງຫາວົງວຽນປາກປ່າສັກ ແລະ ຖະໜົນເສດຖາທິ ລາດ ແຕ່ວົງວຽນປາກປ່າສັກຫາ 4 ແຍກມະໂຫສົດ ເຊິ່ງຄາດວ່າການກໍ່ສ້າງແມ່ນຈະໄດ້ລົງມືໃນກາງ ເດືອນກັນຍາເຖິງວັນຊາດ ທີ 2 ທັນວາ ໃຫ້ໄດ້ເປີດນຳໃຊ້. ຈີນຊ່ວຍກວ່າ 87 ລ້ານຢວນເພື່ອສ້າງຕົວເມືອງອັດສະລິຍະຢູ່ລາວ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page