top of page
Search

ຈີນ ຍຶດ ເຂື່ອນລາວແທ້​ບໍ່? ​ມາ​ເບິງ​ຂໍ້​ມູນ​ຕົວ​ຈິງ​ຈາກລັດວິສາຫະກິດໄຟຟ້າລາວ.

  • Writer: Superphil Phil
    Superphil Phil
  • Sep 19, 2020
  • 1 min read

Updated: Sep 20, 2020

ຈີນ ຍຶດ ເຂື່ອນລາວແທ້​ບໍ່? ​ມາ​ເບິງ​ຂໍ້​ມູນ​ຕົວ​ຈິງ​ຈາກລັດວິສາຫະກິດໄຟຟ້າລາວ. ດັ່ງ​ທີ່​ເຮົາ​ໄດ້​ເຫັນ​ຂ່າວ​ໃນ​ສື່​ອອນ​ລາຍ​ຕ່າງໆ​ພາ​ກັນ​ລົງ​ຂ່າວ ແລະ ແຊ​ກັນ​ສະ​ນັ່ນ​ເມືອງ​ເວົ້າ​ກັນ​ໄປ​ຕ່າງໆ​ນາໆ, ຈາກກໍລະນີກະແສຂ່າວທີ່ວ່າເຂື່ອນໄຟຟ້າຂອງລາວຖືກ ສປ ຈີນ ຍຶດມາເປັນຂອງຕົນນັ້ນເນືອງ​ຈາກ ສ​ປ​ປ ລາວ​ ເປັນ​ໜີ້​ຫລາຍ ແລະ ບໍ່​ມີ​ຄວາມ​ສາ​ມາດ​ສົ່ງ​ໜີ້​ຄືນ​ໄດ້. ​ດັ່ງ​ນັ້ນ, ເຮັດ​ໃຫ້ລັດວິສາຫະກິດໄຟຟ້າລາວ ໄດ້ອອກມາຊີ້ແຈງເຖິງຄວາມຈິງກ່ຽວກັບປະເດັນດັ່ງກ່າວ.  ລັດວິສາຫະກິດໄຟຟ້າລາວ EDL ເພຈທາງການຂອງລັດວິສາຫະກິດໄຟຟ້າລາວໄດ້​ຊີ້​ແຈງວ່າ: ຈາກປະເດັນຂ່າວທີ່ວ່າ ທາງການຈີນຈະຍຶດລະບົບສາທາລະນຸປະໂພກຂອງປະເທດລາວ ໂດຍສະເພາະເຂື່ອນ ແລະ ສາຍສົ່ງ ຄວາມຈິງແລ້ວ ບໍ່ມີການຍຶດໃດໆ ທາງລັດຖະບານຈີນ ຫຼື ບໍລິສັດຈີນ ພຽງແຕ່ເປັນການຮ່ວມມືລະຫວ່າງລາວ-ຈີນ ທີ່ມີມາຍາວນານທີ່ຈະພັດທະນາລະບົບສາຍສົ່ງແຮງສູງຮ່ວມກັນ. ລັດຖະບານລາວ ແລະ ຟຟລ ຢືນຢັນວ່າ: ການຄວບຄຸມບໍລິຫານຈັດການທາງດ້ານພະລັງງານໄຟຟ້າຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານລາວ ບໍ່ແມ່ນຂອງລັດຖະບານປະເທດອື່ນ.


https://doodido.com/
ພາບ: ລັດວິສາຫະກິດໄຟຟ້າລາວ EDL

    ການເຂົ້າມາຂອງບໍລິສັດ CSG ທີ່ຈິງແລ້ວເປັນເລື່ອງທີ່ທາງການຈີນສົ່ງລັດວິສາຫະກິດຂອງຈີນເຂົ້າມາຊ່ວຍເຫຼືອລັດຖະບານລາວ ທັງໃນແງ່ເຕັກນິກ, ເງິນທຶນ ເຊິ່ງຄາດວ່າຈະມີເງິນເຂົ້າມາລົງທຶນໃນລະບົບສາຍສົ່ງໄຟຟ້າຂອງປະເທດລາວຈໍານວນຫຼາຍ ເພື່ອຕອບສະໜອງຄວາມຕ້ອງການໄຟ ທີ່ນັບມື້ນັບຫຼາຍຂຶ້ນ ທັງຢູ່ພາຍໃນ ແລະ ປະເທດອ້ອມຂ້າງ. ຜ່ານມາຫຼາຍສິບປີລັດຖະບານລາວມີການເປີດກວ້າງ ການລົງທຶນຂອງພາກເອກະຊົນ ສໍາປະທານໃນແຫຼ່ງຜະລິດ ແຕ່ປັດຈຸບັນໄດ້ເປີດໃຫ້ມີການສໍາປະທານສາຍສົ່ງໄດ້ ແຕ່ ຟຟລ ຍັງເປັນຜູ້ຄວບຄຸມ ແລະ ບັນຊາການເດີນເຄື່ອງໄຟຟ້າ. ເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ ແລະ ຕອບສະໜອງນະໂຍບາຍຂອງບັນດາປະເທດອາຊຽນ ໃນຂອບການຮ່ວມມືທາງດ້ານພະລັງງານທີ່ສົ່ງເສີມໃຫ້ມີ Asian Power Grid ຫຼື ການເຊື່ອມໂຍງກັນ ດ້ວຍລະບົບສົ່ງໄຟຟ້າ ໃນບັນດາປະເທດອາຊຽນເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງທັງໝົດໃນອາຊຽນ. ລັດວິສາຫະກິດໄຟຟ້າລາວໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຂ່າວ ຈີນ ຍຶດ ເຂື່ອນລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page