top of page
Search

ງານແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດ

  • Writer: Superphil Phil
    Superphil Phil
  • Jul 25, 2020
  • 1 min read

ງານແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດ. ຫລັງຈາກໂຄງການກໍ່ສ້າງອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຊົງປະທັບຊ້າງ ປະທານພອນ ສຳເລັດ, ເພື່ອດຳເນີນການສະເຫຼີມສະຫຼອງຮູບປັ້ນ ໃນລະຫວ່າງ ວັນທີ 21-25 ກໍລະກົດ ແລະ ຈະໄດ້ນໍາສົ່ງໄປປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊເຊດຖາທິຣາດ ບ້ານ ຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື. ຕາມສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 21 ກໍລະກົດ 2020, ທີ່ນະຄອນຫຼວງວຽງຈັນ ມີຂະບວນຄູບາ, ອາຈານ ແລະ ພະສົງ ລວມທັງອະດີດປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ແລະ ມວນຊົນນັບຮ້ອຍຄົນ ໄດ້ຮ່ວມຂະບວນແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດມະຫາຣາດ, ຊ້າງ ແລະ ພະພຸດທະຮູບຈໍານວນໜຶ່ງ ໄປຍັງຫໍທຳມະສະພາ ວັດພະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.

ພາບ: laopost.com

ຕະຫຼອດ 5 ວັນດັ່ງກ່າວ, ຈະມີງານບຸນສະເຫຼີມສະຫຼອງຮູບປັ້ນພະເຈົ້າ ໄຊເຊດຖາທິຣາດ ມະຫາຣາດ ພ້ອມທັງຮັບຟັງສູດປະຣິຕະມຸງຄຸນ, ຟັງທຳມະເທດສະໜາປາຣະມີ 30 ທັດ ເສີມບຸນປາຣະມີ ຈາກພະສົງ 39 ອົງ, ໄຫວ້ພະສູດມົນ ຈະເລີນສະມາທິພາວະນາ ຟັງທຳມະເທດສະໜາ. ສ່ວນໃນຕອນເຊົ້າວັນທີ 26 ກໍລະກົດ ຈະມີພິທີຕັກບາດຖວາຍທານ ແດ່ພະສົງ 39 ອົງ. ຈາກນັ້ນ, ຈະມີພິທີຂະບວນ ເຄື່ອນຮູບຫລໍ່ພະເຈົ້າໄຊເຊດຖາທິຣາດ ມະຫາຣາດ ອອກຈາກນະຄອນຫຼວງວຽງຈັນ ໂດຍຜ່ານ ແຂວງຕ່າງໆເປັນຕົ້ນ ແຂວງບໍລິຄຳໄຊ ໃນວັນທີ 27, ແຂວງຄຳມ່ວນ ໃນວັນທີ 28, ແຂວງສະຫວັນນະເຂດ ໃນວັນທີ 29, ແຂວງຈຳປາສັກ ໃນວັນທີ 30 ກໍລະກົດ 2020. ກຽມສົ່ງພະເຈົ້າໄຊເຊດຖາທິຣາດໄປອັດຕະປື ງານແຫ່ຍິງໃຫຍ່ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page