top of page
Search

ຄຳສັບທີ່​ວ່າ ຍ້ອນ ແລະ ຢ້ອນ ໃຊ້​ຄຳ​ໃດ​ຈິງ​ຖືກ

  • Writer: Superphil Phil
    Superphil Phil
  • May 14, 2020
  • 1 min read

ອະ​ທິ​ບາຍ​ກ່ຽວ​ກັບຄຳສັບທີ່​ວ່າ ຍ້ອນ ແລະ ຢ້ອນ ໃຊ້​ຈັ່ງ​ໃດ​ຈິງ​ຖືກ.

ທີ່​ຜ່ານ​ມາສັງເກດເຫັນ​ຫລາຍໆ​ຄົນ​ມີ​ການ​ນຳໃຊ້ຜິດຫຼາຍເຕີບສຳລັບຄຳນີ້ ເວລາຢາກເວົ້າເຖິງການຫວນຄືນ ເຫດການໃດໜຶ່ງມັກເວົ້າ ແລະຂຽນວ່າ ຍ້ອນ ເຊິ່ງມັນຜິດຄວາມໝາຍ ໃນວັດຈະນານຸກົມສະບັບສະຖາບັນຄົ້ນຄວ້າຯ 2012:386 ແລະ 794

ຍ້ອນ ເປັນຄຳເຊື່ອມ ແປວ່າ ເພາະວ່າ,​ ເຫດວ່າ,​ ດ້ວຍເຫດ….​ເຊັ່ນ ຍ້ອນວ່າຂ້ອຍຮັກຂ້ອຍຈຶ່ງຍອມທຸກຢ່າງ,​ ຍ້ອນຮັກຈຶ່ງຫວງ,​ ຍ້ອນຫຍັງຈຶ່ງເຮັດແບບນີ້ກັບຂ້ອຍ ?,​ ຍ້ອນວ່າ ຂ້ອຍທຸກຫວາ ເຈົ້າຈຶ່ງບໍ່ຮັກຂ້ອຍ?….​ ຢ້ອນ ມີສອງຄວາມໝາຍຄື 1. ຢືນຢູ່ແລ້ວເຮັດຂາເໜັງຂຶ້ນ-ລົງ,​ ເຮັດຂາ ແລະແອວໂຢະຂຶ້ນ-ລົງຕາມຈັງຫວະດົນຕີ.​ 2. ກັບຄືນ ເຊັ່ນ ຢ້ອນຫຼັງ,​ ຢ້ອນອະດີດ,​ ຢ້ອນເຖິງເຫດການ… ຕົວຢ່າງ: – ຍ້ອນອະດີດ ໝາຍເຖິງ ເພາະວ່າອະດີດ ຫຼື ມີເຫດຈາກອະດີດ ຈະບໍ່ໝາຍເຖິງ ການຫວນຄືນອະດີດ. ຖ້າຢາກເວົ້າວ່າ ຫວນຄືນຫຼັງ ຫວນຄືນອະດີດຕ້ອງໃຊ້ ຢ້ອນ – ຍ້ອນຄວາມຮັກ ໝາຍເຖິງ ເພາະວ່າຄວາມຮັກ, ຄວາມຮັກເປັນເຫດ ບໍ່ໝາຍເຖິງ ການຢ້ອນຄືນຄວາມຮັກ ກຸ່ມຄົນທີ່ມັກໃຊ້ຄຳນີ້ຜິດ ໂດຍສະເພາະຄົນນະຄອນຫຼວງວຽງຈັນ ສະແດງຄວາມຜິດອອກທັງການຂຽນ, ການເວົ້າ (ປາກົດໃຫ້ເຫັນລະດັບໂຄສົກ,​ ພີເຈ ແລະລວມທັງນັກຂ່າວມືອາຊີບຈາກໂທລະພາບແຫ່ງຊາດບາງທ່ານດ້ວຍ)​. ຄວາມ​ໝາຍ​ໃນ​ພາ​ສາ​ລາວ​ ການ​ໃຊ້ ຄຳ​ວ່າ ຍ້ອນ ແລະ ຢ້ອນ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page