top of page
Search

ຄຳວ່າ ໃສ ແລະ ໄສ ຄວາມໝາຍຂອງມັນແຕກຕ່າງກັນແນວໃດ?

  • Writer: Superphil Phil
    Superphil Phil
  • Aug 29, 2020
  • 1 min read

ຄຳວ່າ ໃສ ແລະ ໄສ ຄວາມໝາຍຂອງມັນແຕກຕ່າງກັນແນວໃດ?

ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ໃສ ແລະ ໄສ ສອງຄໍານີ້ອ່ານອອກສຽງຄ້າຍຄືກັນຫຼາຍ ແລະ ມີຫຼາຍຄົນໃຊ້ສອງຄໍານີ້ຜິດ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍອ້າງອີງໃສ່ຂໍ້ມູນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:


https://doodido.com/
DooDiDo

ຄຳວ່າ ໃສ. ສາມາດໃຊ້ເປັນທັງຄໍາແທນນາມ ແລະ ຄໍາຄຸນນາມ ເຊິ່ງມີຄວາໝາຍແຕກຕ່າງກັນອອກໄປເຊັ່ນ: ໃສ (ຄໍາແທນນາມ, ໃຊ້ເປັນຄໍາຖາມ) ເຊັ່ນ: ທີ່ໃດ, ບ່ອນໃດ, ຢູ່ໃສ ຕົວຢ່າງ: ຢູ່ໃສແລ້ວສະບາຍໃຈກໍ່ຈົງຢູ່ບ່ອນນັ້ນເທີ້ນ. ພັກແລ້ງປີນີ້ເຈົ້າວາງແຜນໄປທ່ຽວໃສ? ໃສ (ຄໍາຄຸນນາມ) ໝາຍເຖິງ ສະຫວ່າງ, ຮຸ່ງເຮືອງ, ບໍ່ຂຸ່ນ, ແຈ້ງ. ຕົວຢ່າງ: ຟ້າຫຼັງຝົນຍ່ອມສົດໃສສະເໝີ. ຖ້າຢາກໃຫ້ແວ່ນໜ້າລົດໃສ ຕ້ອງໃຊ້ນໍ້າຢາເຊັດແວ່ນຍີ່ຫໍ້ນີ້. ຄຳວ່າ ໄສ. ເປັນຄໍາກໍາມະ ມີຄວາມໝາຍວ່າ ໄລ່ໜີ, ສົ່ງໄປ, ໄລ່ໄປ ເຊັ່ນວ່າ: ຜັກໄສ ໄລ່ສົ່ງ, ນອກຈາກນັ້ນຍັງມີຄວາມໝາຍວ່າຍູ້ໄປ, ໄຖໄປທາງໜ້າ. ຕົວຢ່າງ: ເມືື່ອພໍ່ເສຍລາວກໍ່ຖືກແມ່ລ້ຽງຜັກໄສໄລ່ສົ່ງໃຫ້ອອກຈາກເຮືອນຫຼັງນີ້. ການໄຖນາຕ້ອງໄສຄາດໄປທາງໜ້າ. ນອກນີ້, ຖ້າເອົາຄໍວ່າ ໄສ ໄປປະສົມກັບຄໍາອື່ນກໍ່ຈະມີຄວາມໝາຍທີ່ແຕກຕ່າງອອກໄປ ເຊັ່ນ: ໄສຍະສາດ ໝາຍເຖິງ ຄໍາພີ ຫຼືວິຊາອາຄົມ ມົນຄະຖາຂອງຄົນບູຮານ ໃສ ແລະ ໄສ ຄຳທີ່ອອກສຽງ ແລະ ການສະກົດຄຳທີ່ຄ້າຍຄືກັນ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page