top of page
Search

ຄຳວ່າ “ສຳຜັດ”​ “ສຳພັດ” ຈະ​ສະ​ກົດ​ແນວໃດ​

  • Writer: Superphil Phil
    Superphil Phil
  • Jul 12, 2020
  • 1 min read

ຄຳວ່າ “ສຳຜັດ”​ “ສຳພັດ” ຈະ​ສະ​ກົດ​ແນວໃດ​ໃນ​ພາ​ສາ​ລາວ​ຈິ່ງ​ຈະ​ຖືກ​ຕ້ອງ.

ການ​ສະ​ກົດ​ຜິດໆ​ຖືກໆ​ໃນ​ພາ​ສາ​ລາວ​ຍັງ​ປະ​ກົດ​ເຫັນ​ຫລາຍ​ຢູ່​ໃນ​ສັງ​ຄົມ​ລາວ​ເປັນ​ຕົ້ນ​ກໍ່​ແມ່ນ​ໃນ​ສື່​ສັງ​ຄົມ​ອ່ອນ​ລາຍ​ຕ່າງໆ, ຫລື ໜັງ​ສື​ພິມ​ບາງ​ສຳ​ນັກ​ເອງ​ກໍ​ຍັງ​ສະ​ກົດ ຫລື ພິມ​ ບາງ​ຄຳ​ສັບ​ໃນ​ພາ​ສາ​ລາວອອກ​ມາ​ບໍ່​ຖືກ​ຕາມ​ຫລັກ​ການ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ, ເຊິ່ງ​ໃນ​ຈຸ​ນີ້​ກໍ​ຕ້ອງ​ໄດ້​ປັບ​ປຸງ​ໃຫ້​ດີກວ່າ​ເກົ່າ​ອີກ​ເພື່ອ​ຄວາມ​ຖືກ​ຕ້ອງ​ໃນ​ການ​ໃຊ້​ສັບ​ບໍ່​ໃຫ້​ມີ​ການ​ຜິດ​ຜ້ຽນ​ຈະ​ຄວາມ​ໝາຍ​ທີ່​ຢາກ​ຈະ​ສື່​ອອກ​ມາ.

DooDiDo

ໃນ​ພາ​ສາ​ລາວ ຄຳ​ວ່າ ສຳ​ຜັດ ແລະ ສຳ​ພັດ ກໍ່​ເປັນ​ອີກ​ຄຳ​ໜ​ຶ່ງ​ທີ່​ຫລາຍໆ​ຄົນ​ມັກ​ສະ​ກົດ​ຜິດ, ສາຍ​ເຫດ​ກໍ​ອາດ​ຈະ​ຍ້ອນ​ວ່າ​ເປັນ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ​ຫລາຍ​ຈົນ​ເຮັດ​ໃຫ້​ຫລາຍໆ​ຄົນ​ສະ​ກົດ​ຄຳ​ນີ້​ຜິດ​ໄປ​ຈາກ​ເດີມເພາະ​ການ​ອອກ​ສຽງ​ລະ​ຫວ່າງອ​ັກ​ສອນ​ຕົວ ຜ ແລະ ພ, ເຊິ່ງ​ຄຳ​ວ່າ ​ສຳ​ຜັດ ນີ້​ຄວນ​ຈະ​ສະ​ກົດ​ໃຫ້​ຖືກ​ແບບ​ນີ້ ແລະ ມີ​ຄວາມ​ໝາຍ​ແມ່ນ​ໝາຍ​ເຖິງ​ການ​ແຕະ​ຕ້ອງ​ກັນ, ການ​ທີ່​ໄດ້​ສຳ​ຜັດ​ເຂົ້າເຖິງຄວາມ​ຮູ້​ສືກ​ທັງ​ພາຍ​ໃນ ແລະ ພາຍນອກ ຫລື ເວົ້າ​ໄດ້​ວ່າ​ແມ່ນສິ່ງທີ່ຮູ້ສຶກໄດ້ທາງອະໄວຍະວະທັງ 5 ແລະ ຄວາມຮູ້ສຶກທາງໃຈ. ​ຄຳ​ວ່າ ສຳຜັດ. ແມ່ນ ເຄົ້າມາຈາກປາລີ-ສັນສະກິດ (ສັມຜັສສ)​ ໝາຍເຖິງການແຕະຕ້ອງ,​ ການຊູນກັນ, ສິ່ງທີ່ຮູ້ສຶກໄດ້ທາງອະໄວຍະວະທັງ 5 ແລະຄວາມຮູ້ສຶກທາງໃຈ.​ ອີກຄວາມໝາຍໜຶ່ງແມ່ນ ສຽງຄ້ອງຈ່ອງກັນໃນກາບກອນ ມີສຳຜັດໃນ ແລະສຳຜັດນອກ.​ ສຳຜັດ ຈະ​ໃຊ້​ສຳ​ລັບການໄດ້ເຫັນ,​ ໄດ້ຍິນ,​ ໄດ້ດົມກິ່ນ,​ ໄດ້ຊີມ,​ ໄດ້ຈັບບາຍ ແລະໄດ້ຮູ້ສຶກທາງຈິດໃຈ. ຕົວຢ່າງ: – ລອງມາສຳຜັດດ້ວຍຕົວເອງຈະຮູ້ສຶກ. – ສຳຜັດກັບບັນຍາກາດທີ່ແສນສະບາຍ. – ຂ້ອຍສຳຜັດໄດ້ເຖິງຄວາມຮັກທີ່ເຈົ້າມີໃຫ້…​ – ສຳຜັດມືເຈົ້າຮູ້ສຶກອົບອຸ່ນ. – ຢາກໄປສຳຜັດກັບບັນຍາກາດເກົ່າໆ. ສຳ​ຜັດ ແລະ ສຳ​ພັດ ເຮົາ​ຄວນ​ຈະສະ​ກົດ​ຄຳ​ໃດ​ແທ້​ຈິ່ງຈະ​ຖືກ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page