top of page
Search

ຄຳວ່າ ສໍາມະນາ ແລະ ປາຖະກະຖາ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?

  • Writer: Superphil Phil
    Superphil Phil
  • Aug 9, 2020
  • 1 min read

ຄຳວ່າ ສໍາມະນາ ແລະ ປາຖະກະຖາ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ? ເປັນອີກຄໍາສັບໜຶ່ງທີ່ຫາກບໍ່ສືກສາເບິ່ງລະອຽດແທ້ຈະເຂົ້າໃຈຄວາມໝາຍຂອງສອງຄຳນີ້ຜິດໄປ ແລະ ກໍ່ເຊືອວ່າບາງທ່ານຄົງຄິດວ່າເປັນຄວາມໝາຍອັນດຽວກັນ, ຄວາມໝາຍຂອງສອງຄຳນີ້ແມ່ນອາດເວົ້າໄດ້ວ່າມີຄວາມໝາຍຄ້າຍຄືກັນແຕ່ການນຳໄປໃຊ້ທາງດ້ານເນື້ອໃນໃຈຄວາມແມ່ນມີຄວາມແຕກຕ່າງກັນ.  ບົດຄວາມຕອນນີ້ ເຮົາຈະເວົ້າມາເຖິງຄໍາວ່າ ສໍາມະນາ ແລະ ປາຖະກະຖາ ສອງຄໍານີ້ຫຼາຍຄົນມັກຫຼົງວ່າແມ່ນຄໍາດຽວກັນ ສາມາດໃຊ້ຄໍາໃດກໍ່ໄດ້ ແຕ່ໃນຄວາມເປັນຈິງແລ້ວມັນມີຄວາໝາຍທີ່ແຕກຕ່າງກັນ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:

DooDiDo

ຄຳວ່າ ສໍາມະນາ. ສໍາມະນາ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ: ການປະຊຸມ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ຄວາມຮູ້ທາງດ້ານວິຊາການ ໂດຍມີຈຸດ ປະສົງ ແລະ ເປົ້າໝາຍອັນແນ່ນອນ, ຜົນຂອງການສໍາມະນາຖືວ່າເປັນພຽງຂໍ້ສະເໜີແນະ ຜູ້ເຂົ້າຮ່ວມທີ່ກ່ຽວຂ້ອງຈະນໍາໄປປະຕິບັດຕາມ ຫຼືບໍ່ປະຕິບັດກໍໄດ້. ຕົວຢ່າງ: ໃນທຸກໆເດືອນບໍລິສັດຈະຈັດການສໍາມະນາກ່ຽວກັບວິທີການເປັນຜູ້ນໍາດ້ານການຂາຍເຄື່ອງທາງອອນລາຍ. ຄຳວ່າ ປາຖະກະຖາ. ປາຖະກະຖາ ໃຊ້ເປັນຄໍາກໍາມະ ມີຄວາມໝາຍໝາຍວ່າ: ການບັນຍາຍ ເພື່ອເຜີຍແຜ່ຜົນຂອງກອງປະຊຸມ, ມະຕິຄໍາສັ່ງຕ່າງໆຂອງພັກ-ລັດ, ລວມເຖິງເລົ່າຫວນຄືນປະຫວັດສາທີ່ສໍາຄັນຂອງຊາດ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຟັງ ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ໃນຊີວິດປະຈໍາວັນ ລວມເຖິງໃນການປະບັດໜ້າທີ່ວຽກງານ. ຕົວຢ່າງ: ໃນໂອກາດຊົມເຊີຍວັນຊາດທີ 2 ທັນວາ, ອົງການຈັດຕັ້ງຂອງລັດໄດ້ມີການປະຖະກະຖາ ກ່ຽວກັບວິລະກໍາການຕໍ່ສູ້ປົດປ່ອຍຊາດໃຫ້ແກ່ພະນັກງານໜຸ່ມນ້ອຍ. ສໍາມະນາ ແລະ ປາຖະກະຖາ ມີຄວາມໝາຍຕ່າງກັນແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page