top of page
Search

ຄຳວ່າ: ສຸພາສິດ ພາ​ສາ​ລາວມີຄວາມໝາຍວ່າແນວໃດ?

  • Writer: Superphil Phil
    Superphil Phil
  • May 19, 2020
  • 1 min read

ຄຳວ່າ: ສຸພາສິດ ພາ​ສາ​ລາວມີຄວາມໝາຍວ່າແນວໃດ?

ທຸກ​ໆ​ປະ​ເທດ ​ທຸກ​ໆ​ວັດ​ຖະ​ນະ​ທຳ ແລະ ສາ​ສະ​ໜາ ລ້ວນ​ແລ້ວ​ແຕ່​ມີ​ວັນ​ນະ​ຄະ​ດີຄຳ​ເວົ້າທີ່​ແຫລມ​ຄົມ​ຖິ້ມ​ແທງ​ຫົວ​ໃຈ, ເຊິງ​ຄຳ​ເວົ້າ​ທີ່​ສັ້ນໆດັ່ງ​ຄົມມີດ ແລະ ມີ​ເນື້ອ​ໃນ​ໃຈ​ຄວາມ​ຄະ​ຕິ​ເຕືອນ​ໃຈ​ອັນ​ເລີກ​ເຊິງ​ນີ້​ເອີ້ນ​ວ່າ​ ສຸ​ພາ​ສິດ.

ສຸພາສິດ=สุภาษิต

ສຸພາສິດລາວ ກັບ ສຸພາສິດໄທ ກໍ່ຈະມີຄວາມໝາຍແບບດຽວກັນ ຕ່າງແຕ່ສໍານວນຄໍາເວົ້າອາດຈະບໍ່ຄືກັນ ສຸພາສິດເປັນຄໍາເວົ້າຂອງບຸກຄົນໃດໜຶ່ງສ້າງຂຶ້ນມາເພື່ອສ່ອງແສງເຖິງສັງຄົມທີ່ຕົນສັງກັດຢູ່ ສ່ອງແສງເຖິງຄວາມເປັນຈິງແລ້ວຈຶ່ງສ້າງເປັນຄຳເວົ້າທີ່ເກາະກ່າຍກັນ ມີຄວາມໝາຍເລິກເຊິ່ງ ແລະ ຝາກເປັນຄຳສອນໄວ້ສືບທອດເຖິງລຸ່ນລູກລຸ່ນຫຼານ ແຕ່ລະປະເທດອາດມີຄວາມແຕກຕ່າງກັນທາງດ້ານການດຳລົງຊີວິດຂອງຄົນໃນສັງຄົມ ເພາະວ່າສັງຄົມອາດຈະບໍ່ເທົ່າທຽມກັນ ບາງປະເທດຈະເລີນກ້າວໜ້າໄປໄກ ແຕ່ບາງປະເທດກໍ່ຍັງທຸກຍາກ ແລະ ຫຼ້າຫຼັງຢູ່ ສະນັ້ນ; ສຸພາສິດຈຶ່ງສ່ອງແສງເຖິງສັງຄົມຂອງໃຜຂອງມັນ. ຄວາມໝາຍຂອງຄຳວ່າ: ສຸພາສິດ ກໍ່ຄື ຄໍາສອນ,ເປັນຄໍາເວົ້າທີ່ດີມີເນື້ອໃນ ແລະ ຄວາມໝາຍອັນເລິກເຊິ່ງ ໄດ້ໃຈຄວາມ ເປັນຄະຕິປະຈຳໃຈ ເຕືອນໄວ້ເພື່ອການດຳລົງຊີວິດທີ່ດີຂອງຄົນໃນສັງຄົມ ສຸພາສິດອາດເປັນຄຳເວົ້າທຳມະດາຟັງແລ້ວເຂົ້າໃຈງ່າຍຕົງໆ ຕົວຢ່າງ: ອົດສົ້ມໄດ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ, ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ, ຄົບຄົນດີມີສີແກ່ຕົວຄົບຄົນຊົ່ວພາຕົວຫມົ່ນຫມອງ…ເຫຼົ່ນນີ້ເປັນຕົ້ນ.

ອະທິບາຍຄວາມໝາຍຂອງຄຳວ່າ ສຸພາສິດ ໃນພາສາລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page