top of page
Search

ຄຳວ່າ ທ່າອ່ຽງ ໃນພາສາລາວແມ່ນຫຍັງ?

  • Writer: Superphil Phil
    Superphil Phil
  • Jun 6, 2020
  • 1 min read

ອະທິບາຍຄວາມໝາຍຄຳວ່າ ທ່າອ່ຽງ ໃນພາສາລາວແມ່ນຫຍັງ?

ໃນຫລາຍໆເຫດການທີ່ເຮົາໄດ້ໃຊ້ໃນການເວົ້າການລົມກັນ ແລະ ການທີ່ໄດ້ຍິນຈາກຂ່າວສານຕ່າງໆ ທັງຂ່າວສານຈະປະເທດໄທ ແລະ ປະເທດລາວເຮົາເອງ, ບາງຄຳສັບກໍ່ໃຊ້ຄ້າຍຄືກັນບາງຄຳສັບກໍ່ຕ່າງກັນ ຫລື ການເວົ້າທີ່ບໍ່ຄືກັນແຕ່ຄວາມໝາຍອັນດຽວກັນສະນັ້ນໃນຕອນນີ້ເຮົາຈະມາເວົ້າບາງຄຳສັບ ລາວ-ໄທ ເຊັ່ນ ທ່າອ່ຽງ ຫລື ແນວໂນ້ມ.

ໃນຈ່ຳນວນຄຳສັບບາງຄຳສັບທີ່ເຮົາຢາກສື່ເຖິງເຫດການ,​ ປາກົດການ ແລະສິ່ງໃດໜຶ່ງທີ່ມີຄວາມໜັກອຽງໄປຂ້າງໃດຂ້າງໜຶ່ງ ໃນພາສາລາວ-ໄທມີການໃຊ້ແຕກຕ່າງກັນຄື, ພາສາລາວໃຊ້ຄຳວ່າ “ທ່າອ່ຽງ“​ ໂດຍປະສົມຈາກສອງຄຳຄື:

#ທ່າ ແປວ່າ ລັກສະນະ,​ ວາດຊົງ,​ ໂອກາດ,​ ແບບແຜນ,​ ແນວທາງ,

#ອ່ຽງ ພ້ຽນສຽງມາຈາກເຄົ້າສັບ “ອຽງ”​ ແປວ່າ ຂ້ອນໄປຂ້າງໃດຂ້າງໜຶ່ງ,​ ບໍ່ຕົງ,​ ບ່ຽງ,​ ງ່ຽງ.

ເມື່ອປະສົມກັນຈຶ່ງໄດ້ຄຳວ່າ “ທ່າອ່ຽງ“​ ແປວ່າ ລັກສະນະທີ່ຂ້ອນໄປຂ້າງໃດຂ້າງໜຶ່ງ,​ ທ່າທາງອຽງໄປຂ້າງໃດໜຶ່ງ,​ ເບື້ອງໜຶ່ງໜ້ອຍເບື້ອງໜຶ່ງຫຼາຍ.

ເວົ້າລາວກັນ ທ່າອ່ຽງ
ເວົ້າລາວກັນ

ພາສາໄທໃຊ້ຄຳວ່າ: “แนวโน้ม”

ປະສົມຈາກສອງຄຳ แนว ທາງ, ແບບແຜນ ເຊັ່ນ ນຳແນວ,​ ແນວທາງ…,​โน้ม ແປວ່າ ອ່ອນໄປ, ອຽງໄປ…​ ປະສົມກັນຈຶ່ງໄດ້ຄຳວ່າ “แนวโน้ม”​ ໄດ້ຄວາມໝາຍວ່າ ລັກສະນະທີ່ຂ້ອນໄປຂ້າງໃດຂ້າງໜຶ່ງ,​ ທ່າທາງອຽງໄປຂ້າງໃດໜຶ່ງ,​ ເບື້ອງໜຶ່ງໜ້ອຍເບື້ອງໜຶ່ງຫຼາຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page