ຄຳລາວໃນໜ້າທີ່ຕົວໜັງສືທີ່ສາມາດອ່ານໄດ້ສອງແບບ
- Superphil Phil
- Mar 19, 2020
- 1 min read
ຄຳລາວໃນໜ້າທີ່ຕົວໜັງສືທີ່ສາມາດອ່ານໄດ້ສອງແບບ
ຄຳທີ່ອ່ານໄດ້ສອງແບບແມ່ນຄຳທີ່ປະກອບພະຍາງມີຮູບສັບສົມບູນ ແຕ່ຮູບສັບນັ້ນປະກອບດ້ວຍ ສະຫຼະໜ້າ ເx ແx, ປະກອບດ້ວຍສະກົດ ງ, ຍ, ວ ແລະ ຕົວປະສົມເຊັ່ນ ຫງ, ຫຍ, ຫວ. ເພາະມັນເໝືອນມີສະກົດໃນຕົວ ນອກຈາກນີ້ຍັງມີສະຫຼະເທິງອີກຈຳນວນໜຶ່ງ

ຕົວຢ່າງການປະກອບສັບທີ່ສາມາດອ່ານໄດ້ສອງແບບແລະມີຄວາມໝາຍ
“ແຫງ, ແຫວ, ເຫວ, ເຫວີ, ເຫງ, ເຫງີກ, ເຫຍີງ, ເຫງັນ”…
ຄຳເຫຼົ່ານີ້ສາມາດອ່ານໄດ້ສອງແບບ ແຕ່ຄົນສ່ວນຫຼາຍຈະອ່ານຕາມຄວາມໝາຍທີ່ມີ ໂດຍຈະອະທິບາຍເປັນຕົວຢ່າງດັ່ງນີ້:
ຕາມຕາມຕົວແກນເຄົ້າ + ເx ແx +ສະກົດ
ແຫງ = ຫ + ແxງ = Haeng ໃກ້ຈະແຕກ, ມີຮອຍ ເຫງ = ຫ + ເxງ = Heng ບໍ່ມີຄວາມໝາຍ ແຫວ = ຫ + ແxວ = Heo ບໍ່ມີຄວາມໝາຍ ເຫວ = ຫ + ເxວ = Heiw ໜ້າຜາ, ຮ່ອມຜາ
ຕົວແກນເປັນຕົວປະສົມ + ເx ແx
ຫງ + ແx = ngae ອາດຈະໝາຍເຖິງສຽງເດັກນ້ອຍໄຫ້ ຫວ + ແx = wae ໝາຍເຖິງບານອອກ, ແບອອກ ເຊັ່ນ ສົບແຫວ, ປາກແຫວ… ຫວ + ເx = w:e ບໍ່ມີຄວາມໝາຍ
ສຳລັບ “ເຫງີກ ເຫງັນ, ເຫຍີງ, ເຫວີ” ສາມາດອ່ານໄດ້ສອງແບບ.
ອ່ານຕາມຕົວແກນເປັນພະຍັນຊະນະປະສົມ + ເxີ ເxັ + ສະກົດ ເຫງີກ = ຫງ + ເxີ + ກ = ngerk ເຫງີກຫງາກ,ປັນຍາອ່ອນ ເຫງັນ = ຫງ + ເx ັ + ນ = ngen ສັດຊະນິດໜຶ່ງຄ້າຍແມວ ເຫຍີງ = ຫຍ + ເxີ + ງ =Yerng ຫຍຸ້ງເຫຍີງ ເຫວີ = ຫວ + ເxີ = wer ປາກເຫວີ, ສົບເຫວີ ມີລັກສະນະໃຫຍ່ກວ່າ ແຫວ waer
ອ່ານແຍກ ເຫງີກ = ເຫ - ງີກ ບໍ່ມີຄວາມໝາຍ ເຫງັນ = ເຫ - ງັນ (ງັນອາດມີຄວາມໝາຍວ່າຄົບງັນ,ເຂົ້າງັນ) ເຫຍີງ = ເຫ -ຍີງ ບໍ່ມີຄວາມໝາຍ ເຫວີ = ເຫ -ວີ ບໍ່ມີຄວາມໝາຍ (ວີ ໝາຍເຖິງພັດໃຊ້ວີເຂົ້າ)
ຕົວໜັງສືທີ່ສາມາດອ່ານໄດ້ສອງແບບ, ບັນຫານີ້ຜູ້ທີ່ຍົກຂຶ້ນມາຖາມກັນ ລ້ວນແຕ່ແມ່ນຄົນມັກສໍ້ກັນທັງນັ້ນ ເຊິ່ງບໍ່ແມ່ນຖາມເພື່ອຄວາມຮູ້ທີ່ແທ້ຈິງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comentários