top of page
Search

ຄຳລົງທ້າຍ “ລະ,​ ແລ້ວ,​ ແຫຼະ”​ ມີຄວາມໝາຍຕ່າງກັນແນວໃດ?​

  • Writer: Superphil Phil
    Superphil Phil
  • Jun 6, 2020
  • 1 min read

ຄຳລົງທ້າຍ “ລະ,​ ແລ້ວ,​ ແຫຼະ”​ ມີຄວາມໝາຍຕ່າງກັນແນວໃດ?​ ໃນພາສາລາວມີຫລາຍໆຄຳທີຂື້ນຕົ້ນ ແລະ ລົງທ້າຍທີ່ເປັນຄຳລັກສະນະຕ່າງໆຫລາກຫລາຍຄວາມໝາຍ ທັງໃຊ້ແຕກຕ່າງກັນໄປຕາມປະໂຫຍກການເວົ້າເພື່ອສື່ເຖິງເປົ້າໝາຍໃດໜຶງເຊິ່ງຄຳເຫລົ່ານີ້ຫາກບໍ່ແມ່ນຄົນລາວແທ້ໆອາດຈະງົງໃນການໃຊ້ຫລາຍເຕີບ, ແຕ່ຫາກມາຢູ່ໃນປະເທດລາວດົນໄດ້ເວົ້າໄດ້ໂອ້ລົມຄຸກຄີກັບຄົນລາວດົນແລ້ວກໍ່ຈະເຂົ້າໃຈລັກສະນັກ ແລະ ວິທີ່ການນຳໃຊ້ຄຳເຫລົ່ານີ້. ຄຳວ່າ “ລະ”​ ທີ່ເປັນຄຳລົງທ້າຍປະໂຫຍກໃນພາສາລາວ ໃຊ້ໃນກໍລະນີຕ່າງໆ ຄ້າຍຄືຄຳຖາມ ແລະບອກເລົ່າທີ່ເປັນຄຳຕອບ. ຕົວຢ່າງແບບຄຳຖາມ: ຖາມ: ແມ່ນບໍ່ລະ?​,​ ຕອບ: ແມ່ນລະເນາະ ແມ່ນແລ້ວ,​ ແມ່ນ,​ ບໍ່ແມ່ນ ຖາມ: ໄປບໍ່ລະ?​,​ ຕອບ: ໄປ,​ ບໍ່ໄປ,​ ຄິດກ່ອນ ຖາມ: ຊິມາບໍ່ລະ?​,​ ຕອບ: ມາ,​ ບໍ່ມາ,​ ເອີຄິດກ່ອນ ຖາມ: ແທ້ບໍ່ລະ?,​ ຕອບ: ແທ້,​ ຕົວະ,​ ແທ້ລະເນາະ,​ ແທ້ໆນີ້ແຫຼະ

ເວົ້າລາວກັນ

ບາງຄັ້ງກໍໃຊ້ຖາມແບບສັ້ນໆໂດຍໃຊ້ “ລະ”​ ແທນ “ແລ້ວບໍ”​ ໂດຍເນັ້ນສຽງ “ລະ” ແຮງຂຶ້ນ ຕົວຢ່າງ: – ກິນລະ = ກິນແລ້ວບໍ?​ ຕອບ: ກິນແລ້ວ,​ ຍັງເທື່ອ – ໄປລະ = ໄປແລ້ວບໍ?​,​ ຕອບ: ໄປແລ້ວ,​ ຍັງບໍ່ໄປ,​ ໄປລະເດ…​ – ມາລະ = ມາແລ້ວບໍ?​,​ ຕອບ: ມາແລ້ວ,​ ຍັງເທື່ອ,​ ມາລະເດ – ຊິມາລະ = ຊິມາແລ້ວບໍ?​,​ ຕອບ: ແມ່ນ,​ ພວມ,​ ຍັງ,​ ອີກດົນ,​ ບຶດໜຶ່ງ. ຄຳວ່າ “ບໍລະ” “ບໍ່ລະ” ຖ້າເປັນຄຳຖາມຈະອອກມາລັກສະນະຊວນເຊີນ ເຊັ່ນ ໄປບໍ່ລະ,​ ກິນບໍ່ລະ,​ ຢູ່ບໍລະ,​ ຄຳວ່າ: “ລະບໍ” “ລະບໍ່” ຖາມຢາກຮູ້ເຊັ່ນ ໄປແລ້ວບໍ່,​ ມາແລ້ວບໍ່…​ ສຳລັບການເປັນຄຳບອກເລົ່າ ຫຼື ຕອບ ຕົວຢ່າງ: ແທ້ລະເນາະ,​ ແທ້ໆນີ້ລະ, ປົກກະຕິກໍລະ, ຈົນມາລະ,​ ຈົນກິນລະ…​ ພາສາລາວຄຳລົງທ້າຍ “ລະ,​ ແລ້ວ,​ ແຫຼະ”​ ຈະໃຊ້ແບບໃດ?​ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page