top of page
Search

ຄຳ​ເວົ້າ​ປະ​ຈຳ​ທີ່​ເຄີຍ​ໃຊ້​ຄຳ​ວ່າ ໄຮ່; ນາ; ສວນ

  • Writer: Superphil Phil
    Superphil Phil
  • Apr 15, 2020
  • 1 min read

ອະ​ທິ​ບາຍ​ຄວາມ​ໝາຍ​ຂອງພາ​ສາ​ລາວຄໍາວ່າ: ໄຮ່; ນາ; ສວນ

ຈະມາແນະນໍາໃຫ້ບັນດາທ່ານບໍ່ວ່າແຕ່ຄົນລາວເອງ ຫຼື ຄົນຕ່າງປະເທດເຊິງ​ຄຳ​ເຫລົ່ານີ້​ອາດ​ຈະ​ແມ່ນ​ຄຳ​ໜື່ງ​ທີ່​ໄດ້​ໃຊ້​ຫລາຍ​ໃນ​ດ້ານ​ການ​ກະ​ເສດ ຫລື ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ​ຊາວ​ໄຮ​ນາ, ເພາະຄົນລາວຫຼາຍໆຄົນກໍ່ຈະມີການເຂົ້າໃຈຜິດເຊັ່ນວ່າ: ໄຮ່ອ້ອຍ; ໄຮ່ສາລີ…ສ່ວນຫຼາຍຈະເອີ້ນໄປຕາມພາສາໄທ.

ນີ້ສະແດງວ່າມີການເຂົ້າໃຈຜິດ ດັ່ງນັ້ນ;ໃນບົດນີ້ຂ້າພະເຈົ້າຈະມາໃຫ້ຄວາມກະຈ່າງແຈ້ງໃນການໃຊ້ພາສາລາວໃຫ້ຖືກຕ້ອງຕາມຄວາມໝາຍຂອງຄໍາສັບລາວແທ້ມາແຕ່ດຶກດໍາບັນເຊັ່ນ:

1.ໄຮ່: ເປັນຄໍານາມ ເຊິ່ງມີຄວາມໝາຍວ່າເປັນທີ່ດິນທໍາການຜະລິດທາງການກະເສດ ໄວ້ສະເພາະປູກເຂົ້າໃນຍາມລະດູຝົນ ໂດຍທີ່ບໍ່ມີຊົນລະປະທານ ຫຼື ເໝືອງ ຝາຍໃດໆ ອາໄສຍາມຝົນ ແລະ ນໍ້າຝົນເພື່ອທໍາການຜະລິດປູກເຂົ້າ ໃນວິທີການເຮັດໄຮ່ໃນສະໄໝກ່ອນຈະບໍ່ໃຊ້ພື້ນທີ່ຮາບພຽງ ອາດຈະເຮັດຢູ່ເທິງພູຊັນ ຫຼື ເປີ້ນພູບ່ອນທີ່ບໍ່ສາມາດເກັບຮັກສານໍ້າໄວ້ໄດ້ ແລະບໍ່ສາມາດໃຊ້ຊົນລະປະທານ ຫຼື ເໝືອງຝາຍໄດ້. ວິທີການປູກເຂົ້າແມ່ນຈະໃຊ້ອຸປະກອນເຊິ່ງເອີ້ນວ່າ: ຫຼົ້ງ ເຊິ່ງຫຼອມ ຫຼື ຫຼໍ່ດ້ວຍຂາງ ຫຼື ຊືນ ທີ່ມີຮູບຮ່າງຄ້າຍຄືໝາກຂ່າງຫົວຕັດຂອງເຜົ່າມົ້ງ ທາງຫົວຕັດຈະເຮັດເປັນຮູ ຫຼື ໂກນໄວ້ເພື່ອສຽບໃສ່ດ້າມໄມ້ ເພື່ອເອົາສັກລົງດິນໃຫ້ເປັນຂຸມ ເພື່ອເອົາເຂົ້າລົງໃສ່ ແລະ ແນວພັນເຂົ້າກໍ່ຈະມີແນວພັນເຂົ້າໄຮ່ໂດຍສະເພາະຂອງມັນ ຈະໃຊ້ແນວພັນເຂົ້ານາໄປປູກກໍ່ອາດຈະບໍ່ໄດ້ຜົນ.

2.ນາ: ເປັນຄໍານາມ ເຊິ່ງມີຄວາມໝາຍວ່າເປັນທີ່ດິນທໍາການຜະລິດທາງການກະເສດ ໄວ້ສະເພາະປູກເຂົ້າໄດ້ທັງລະດູແລ້ງ ແລະ ລະດູຝົນ ຖ້າມີຊົນລະປະທານ ຫຼື ເໝືອງຝາຍ. ຖ້າບໍ່ມີຊົນລະປະທານ ຫຼື ເໝືອງຝາຍ ເພິ່ນເອີ້ນວ່ານານໍ້າຟ້າໄວ້ສະເພາະປູກເຂົ້າໃນຍາມລະດູຝົນ ອາໄສຍາມຝົນ ແລະ ນໍ້າຝົນເພື່ອທໍາການຜະລິດປູກເຂົ້າ ນາຈະໃຊ້ພື້ນທີ່ຮາບພຽງເພື່ອທໍາການຜະລິດ ເພາະສາມາດເກັບນໍ້າໄວ້ລໍ່ລ້ຽງຕົ້ນເຂົ້າໄດ້ງ່າຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page