ຄຳວ່າ ເສຍສະລະ ແລະ ເສຍສະຫຼະ ຕ່າງກັນແນວໃດໃນພາສາລາວ?
- Superphil Phil
- Sep 20, 2020
- 1 min read
Updated: Oct 27, 2020
ຄຳວ່າ ເສຍສະລະ ແລະ ເສຍສະຫຼະ ຕ່າງກັນແນວໃດໃນພາສາລາວ? ໃນພາສາລາວມີຫລາຍໆຄຳທີ່ສະກົດຕ່າງກັນອອກສຽງຄ້າຍຄືກັນ, ອາດຈະຕ່າງກັນພຽງເລັກນ້ອຍຄືບາງຄຳອ່ານອອກສຽງສູງ ບາງຄຳອ່ານອອກສຽງ ກາງ ຫລື ຕ່ຳ … ແຕ່ຖ້າຈະໃຫ້ຖືກແທ້ກໍຕ້ອງໄດ້ເບິ່ງເຂົ້າໄປໃນລາຍລະອຽດຂອງຄຳວ່າຢາກໃຫ້ຄວາມໝາຍຂອງຄຳນັ້ນໄປໃນທິດທາງໃດ. ສະນັ້ນບົດນີ້ຈະນຳເອົາຄຳວ່າ ເສຍສະລະ ແລະ ເສຍສະຫຼະ ທີ່ເປັນຄຳສັບທີມີການອອກສຽງທີ່ຄ້າຍຄືກັນ ແລະ ຫລາຍຄົນກໍມັກໃຊ້ທັງສອງແບບເຊິງຫລາຍໆຄົນອາດຈະເຄີຍໃຊ້ຜິດໆຖືກໆກັນຢູ່, ໃນນີ້ຄວາມໝາຍທີ່ຕ້ອງການໃນຄຳສັບນີ້ແມ່ນຕ້ອງການຄວາມໝາຍທີ່ວ່າ ປ່ອຍ, ປະ, ລະ, ວາງ, ບໍລິຈາກ…ເຊິງເຮົາຈະເວົ້າລະອຽດແບບນີ້.
ຄຳວ່າ ເສຍສະລະ “ສະລະ” ເປັນຄຳກິລິຍາທີ່ມີເຄົ້າຈາກພາສາປາລີ “ສລ” ໝາຍເຖິງ ບໍລິຈາກ, ການສະລະເງິນຄຳເພື່ອການກຸສົນ, ການປະຖິ້ມ, ປ່ອຍວາງ,… ຄຳວ່າ “ສະລະ” ເພິ່ນຍັງໄດ້ນຳເອົາຄຳວ່າ “ເສຍ” ມາປະສົມໄວ້ຢູ່ທາງໜ້າ ເຊິ່ງແມ່ນການປະສົມແບບລາວ-ປາລີ. “ເສຍ” ໝາຍເຖິງ ເຮັດໃຫ້ສູນໄປ ມາປະສົມກັບ “ສະລະ” ທີ່ໝາຍເຖິງ “ປ່ອຍວາງ, ບໍລິຈາກ” ກາຍເປັນ “ເສຍສະລະ” ເຊິ່ງໄດ້ຄວາມໝາຍວ່າ “ຍິນຍອມເອົາໃຫ້ເຖິງວ່າບາງສິ່ງຈະສູນເສຍໄປ” ຕົວຢ່າງ: ຍ້ອນຄອບຄົວລຳບາກອ້າຍຍອມເສຍສະລະອອກໂຮງຮຽນເພື່ອໃຫ້ນ້ອງໄປຮຽນຕໍ່. ອ້າຍສີທອງນັກຮົບວິລະຊົນລາວຜູ້ເສຍສະລະຊິວິດເລືອດເນື້ອເພື່ອປະເທດຊາດ. ຄຳວ່າ ເສຍສະຫຼະ. “ສະຫຼະ” ວ່າ ເປັນຄຳນາມທີ່ໝາຍເຖິງ “ສຽງ ຫຼື ອັກສອນພວກໜຶ່ງສຳລັບປະກອບກັບພະຍັນຊະນະ ເພື່ອໃຫ້ພະຍັນຊະນະອອກສຽງໄດ້”. “ເສຍສະຫຼະ”, ແມ່ນການສະກົດບໍ່ຖືກໃນພາສາລາວ, ສາຍເຫດທີ່ພາໃຫ້ສະກົດເປັນແບບນີ້ ກໍເພາະເວລາເວົ້າ ບາງເທື່ອກໍອອກສຽງ “ສະລະ” ເປັນ “ສະຫຼະ. ຄຳວ່າ ເສຍສະລະ ແລະ ເສຍສະຫຼະ ນຳໃຊ້ຄຳໃດຈຶ່ງຈະຖືກຕ້ອງ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
留言