top of page
Search

ຄຳ​ວ່າ ຫວຸດຫວິດ ແລະ ວຸດວິດ ແມ່ນ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ.

  • Writer: Superphil Phil
    Superphil Phil
  • Oct 30, 2020
  • 1 min read

ຄຳ​ວ່າ ຫວຸດຫວິດ ແລະ ວຸດວິດ ແມ່ນ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ. ເພື່ອ​ຄວາມ​ກະ​ຈ່າງ​ແຈ້ງ ແລະ ເພື່ອ​ໃຫ້​ຫລາຍໆ​ທ່ານ​ໄດ້​ຮຽນ​ຮູ້​ເຂົ້າ​ໃຈ​ໄປ​ນຳ​ກັນ​ລະຫວ່າງ ຄຳ​ວ່າ ຫວຸດ​ວິດ ແລະ ວຸດ​ວິດ​ນີ້​ຂ້​າ​ພະ​ເຈົ້າ​ກໍ​ໄດ້​ໄປ​ຊອກ​ຫາ​ຂໍ້​ມູນ​ຕ່າງໆ​ເພື່ອ​ນຳ​ມາ​ອະ​ທິ​ບາຍ ແລະ ເບິ່ງ​ເຫດ​ຜົນ​ໄປ​ນຳ​ກັນ, ຕາມ​ທີ່​ໄດ້​ໄປ​ຊອກ​ຫາ​ໃນ​ແຫລ່ງ​ຂໍ້​ມູນ​ຕ່າງໆ ແລະ ໃນວັດຈະນານຸກົມຫລາຍໆສະບັບກໍ​ໄດ້​ໃຫ້​ຄວາມ​ໝາຍ​ຂອງ​ຄຳ ແລະ ອະທິບາຍໄປໃນ​ທິດ​ທາງ​ທີ່​ຄ້າຍໆ​ກັນ​ເຊິງ​ລາຍ​ລະ​ອຽດ​ຈະ​ມີ​ປະ​ມານ​ນີ້.

DooDiDo

ຄຳ​ວ່າ ຫວຸດຫວິດ. ໂດຍທົ່ວໄປແລ້ວ​ຈະ​ເປັນ​ຄຳ​ທີ່​ປະ​ສົມ​ກັນ​ເລີຍ​ໂດຍ​ບໍ່​ຄອຍ​ປະ​ກົດ​ເຫັນ​ຄຳ​ວ່າ ຫວຸດ ຢູ່​ຄຳ​ດຽວ, ສ່ວນ​ຫລາຍແມ່ນມາປະສົມກັບ ຫວິດ​ ໂດຍສະເພາະ​ “ຫວຸດຫວິດ”​ ຄຳ​ວ່າ ຫວຸດ​. ຫວຸດ ຕົວດຽວແມ່ນບໍ່ປາກົດເຫັນ ແລະ ກໍ​ບໍ່​ເຫັນການອະທິບາຍຄວາມໝາຍໄວ້​ໃນວັດຈະນານຸກົມ. ຄຳ​ວ່າ ຫວິດ.​ ເປັນຄຳກຳມະໝາຍເຖິງ​ ມົ້ມ,​ ລອດ,​ ພົ້ນ,​ ເກືອບຖືກ, …​ ມັກໃຊ້ກັບເຫດການເອົາຕົວລອດແບບບໍ່ຄາດຄິດ,​ ການເອົາຕົວລອດແບບໜ້າອັດສະຈັນ.​ ຕົວຢ່າງ: ລົດ​ເມ​ທັງ​ໃຫຍ່ ແລະ ຍາວ ແຊງ​ຂ້ອຍ​ໄປ​ບຽດ​ຂ້ອຍ​ເກືອບ​ຖືກ​ຕຳ​ລອດ​ມາ​ຢ່າງ​ຫວຸດ​ວິດ. ​ເດັກ​ນ້ອຍ​ຢອກ​ກັນ​ເກືອບ​ຕົກ​ຮ່ອງ​ນ້ຳ​ພໍ່​ລາວ​ຈັບ​ໄດ້​ທັນຢ່າງຫວຸດຫວິດ. ​ສາ​ມາດ​ເວົ້າ​ໄດ້​ວ່າ”ຫວິດ” ເປັນຕົວຫຼັກ ແລະ​ຫວຸດ​ເປັນຕົວຂະຫຍາຍຄຳ ທີ່​ຢູ່​ທາງໜ້າ. ຢ່າ​ຫລົງ​ກັນ! ຄຳ​ວ່າ ຫວຸດຫວິດ ແລະ ວຸດວິດ ມີຄວາມ​ໝາຍບໍ່​ຄື​ກັນ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page