ຄຳວ່າ ຫວຸດຫວິດ ແລະ ວຸດວິດ ແມ່ນມີຄວາມໝາຍແຕກຕ່າງກັນ.
- Superphil Phil
- Sep 13, 2020
- 1 min read
ຄຳວ່າ ຫວຸດຫວິດ ແລະ ວຸດວິດ ແມ່ນມີຄວາມໝາຍແຕກຕ່າງກັນ. ໃນສອງຄຳນີ້ຫາກວ່າທ່ານຢາກໃຫ້ຄວາມໝາຍ ຫລື ຢາກໃຊ້ຄວາມໝາຍຂອງຄຳໄປໃນທາງທີ່ວ່າ ລອດພົ້ນ ຫລື ເກືອບ…ເພື່ອໃຫ້ໄດ້ຄວາມໝາຍແບບນີ້ແລ້ວຕ້ອງສະກົດ ຫລື ນຳໃຊ້ໃຫ້ຖືກກໍຕ້ອງແມ່ນຄຳວ່າ ຫວຸດວິດ ແຕ່ຍັງພົບບາງຄົນຂຽນຜິດກັນຢູ່ອາດເນືອງມາຈາກຄວາມມັກງາຍ ຫລື ອາດມາຈາກຄວາມເຂົ້າໃຈຜິດໃນການນຳໃຊ້ ຕົວ ຫວ ແລະ ວ. ເພື່ອຄວາມກະຈ່າງແຈ້ງ ແລະ ເພື່ອໃຫ້ຫລາຍໆທ່ານໄດ້ຮຽນຮູ້ເຂົ້າໃຈໄປນຳກັນລະຫວ່າງ ຄຳວ່າ ຫວຸດວິດ ແລະ ວຸດວິດນີ້ຂ້າພະເຈົ້າກໍໄດ້ໄປຊອກຫາຂໍ້ມູນຕ່າງໆເພື່ອນຳມາອະທິບາຍ ແລະ ເບິ່ງເຫດຜົນໄປນຳກັນ, ຕາມທີ່ໄດ້ໄປຊອກຫາໃນແຫລ່ງຂໍ້ມູນຕ່າງໆ ແລະ ໃນວັດຈະນານຸກົມຫລາຍໆສະບັບກໍໄດ້ໃຫ້ຄວາມໝາຍຂອງຄຳ ແລະ ອະທິບາຍໄປໃນທິດທາງທີ່ຄ້າຍໆກັນເຊິງລາຍລະອຽດຈະມີປະມານນີ້.
ຄຳວ່າ ຫວຸດຫວິດ. ໂດຍທົ່ວໄປແລ້ວຈະເປັນຄຳທີ່ປະສົມກັນເລີຍໂດຍບໍ່ຄອຍປະກົດເຫັນຄຳວ່າ ຫວຸດ ຢູ່ຄຳດຽວ, ສ່ວນຫລາຍແມ່ນມາປະສົມກັບ ຫວິດ ໂດຍສະເພາະ “ຫວຸດຫວິດ” ຄຳວ່າ ຫວຸດ. ຫວຸດ ຕົວດຽວແມ່ນບໍ່ປາກົດເຫັນ ແລະ ກໍບໍ່ເຫັນການອະທິບາຍຄວາມໝາຍໄວ້ໃນວັດຈະນານຸກົມ. ຄຳວ່າ ຫວິດ. ເປັນຄຳກຳມະໝາຍເຖິງ ມົ້ມ, ລອດ, ພົ້ນ, ເກືອບຖືກ, … ມັກໃຊ້ກັບເຫດການເອົາຕົວລອດແບບບໍ່ຄາດຄິດ, ການເອົາຕົວລອດແບບໜ້າອັດສະຈັນ. ຕົວຢ່າງ: ລົດເມທັງໃຫຍ່ ແລະ ຍາວ ແຊງຂ້ອຍໄປບຽດຂ້ອຍເກືອບຖືກຕຳລອດມາຢ່າງຫວຸດວິດ. ເດັກນ້ອຍຢອກກັນເກືອບຕົກຮ່ອງນ້ຳພໍ່ລາວຈັບໄດ້ທັນຢ່າງຫວຸດຫວິດ. ສາມາດເວົ້າໄດ້ວ່າ”ຫວິດ” ເປັນຕົວຫຼັກ ແລະຫວຸດເປັນຕົວຂະຫຍາຍຄຳ ທີ່ຢູ່ທາງໜ້າ. ຢ່າຫລົງກັນ! ຄຳວ່າ ຫວຸດຫວິດ ແລະ ວຸດວິດ ມີຄວາມໝາຍບໍ່ຄືກັນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comentários