top of page
Search

ຄຳ​ວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ມີ​ຄວາມ​ໝາຍ​ແບບ​ໃດ?

  • Writer: Superphil Phil
    Superphil Phil
  • Sep 20, 2020
  • 1 min read

Updated: Oct 27, 2020

ຄຳ​ວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ມີ​ຄວາມ​ໝາຍ​ແບບ​ໃດ? ໃນ​ພາ​ສາ​ລາວ​ມີ​ຫລາຍໆ​ຄຳ​ທີ່​ສະ​ກົດ​ຕ່າງ​ກັນ​ອອກ​ສຽງ​ຕ່າງ​ກັນ​ແຕ່​ໃຊ້​ແທນ​ກັນ​ໄດ້​ສາຍ​ເຫດ​ກໍ​ມາ​ຈາກ​ຫລາຍ​ປັດ​ໃຈ ຈາກ​ການ​ເອົາ​ຄຳ​ມາ​ປະ​ສົມ​ກັນ​, ຈາກ​ການ​ອອກ​ສຽງ​ທີ​ຄ້າຍ​ຄື​ກັນ, ຈາກ​ການ​ເອົາ​ຄວາມ​ໝາຍ​ທີ່​ໃກ້​ຄຽງ​ກັນ​ມາ​ນຳ​ໃຊ້​ທົດ​ແທນ​ກັນ​ເຮັດ​ໃຫ້​ມີ​ຄວາມ​ໝາ​ຍ​ແບບ​ດຽວ​ກັນ ແລະ ອື່ນໆ​ເປັນ​ຕົ້ນ.  ​ສະ​ນັ້ນ​ບົດ​ນີ້​ຈະ​ນຳ​ເອົາ​ຄຳ​ວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ທີ່​ເປັນ​ຄຳ​ສັບ​ທີ​ມີ​ຄວາມ​ໝາຍ​ໃກ້​ຄຽງ​ກັນ ແລະ ທັງ​ໃຊ້​ແທນ​ກັນ​ໄດ້​ມາ​ນຳ​ສະ​ເໜີ​ເພື່ອ​ເປັນ​ຂໍ້​ຄິດ​ໄປ​ນຳ​ກັນ ແຕ່​ຄວາມ​ໝາຍ​ຂອງ​ຄຳ​ແມ່ນ​ແຕກ​ຕ່າງ​ກັນ, ການ​ສະ​ກົດ​ຜິດ​ອາດ​ເຮັດ​ໃຫ້​ໄດ້​ຄວາມ​ໝາຍ​ອື່ນ​ໄປ​ເລີຍ.

DooDiDo

ຄຳ​ວ່າ ສ່ວນ​ຫລາຍ. ຄຳ​ວ່າ “ຫຼາຍ” ໝາຍເຖິງ ບໍ່ໜ້ອຍ, ມາກມາຍ, ຂອງມີຈຳນວນມາກ ເອີ້ນ ຂອງຫຼາຍ; ຈຳນວນສິບໆ ເອີ້ນ ຫຼາຍສິບ; ຈຳນວນຮ້ອຍໆ ເອີ້ນ ຫຼາຍຮ້ອຍ ແລະເປັນຄຳພ້ອງຄວາມໝາຍກັບ “ມາກ”. ຄຳວ່າ “ສ່ວນຫຼາຍ” ຈະເໝາະກັບຄວາມໝາຍທີ່ວ່າ “ພູດຫຼືສ່ວນທີ່ມີຈຳນວນຫຼາຍ” ກວ່າຄຳວ່າ “ສ່ວນໃຫຍ່”. ຕົວຢ່າງ: – ຄຳແດງໄດ້ເປັນຫົວໜ້າຫ້ອງ ເພາະສຽງສ່ວນຫຼາຍເລືອກເອົາລາວ. – ເນື້ອໃນທີ່ອາຈານບັນຍາຍສ່ວນຫຼາຍອ້າງອີງມາຈາກເອກະສານລາວສະໄໝເກົ່າໆ. – ຄົນຕ່າງປະເທດສ່ວນຫຼາຍຈະບໍ່ຮູ້ຈັກວ່າເມືອງແປກຢູ່ໃສ. ຄຳ​ວ່າ ສ່ວນ​ໃຫຍ່. ສຳລັບຄຳວ່າ “ໃຫຍ່” ໝາຍເຖິງ ບໍ່ນ້ອຍ, ກົງກັນຂ້າມກັບນ້ອຍ, ຂະຫຍາຍຂຶ້ນ, ຕື່ງຂຶ້ນ. “ສ່ວນໃຫຍ່”. ແມ່ນກວມ​ໄປ​ເປັນ​ຈຳ​ນວນ​ທີ່​ຫລາຍກວ່າ​ໃນ​ການ​ປຽບ​ທຽບ. ຕົວຢ່າງ: – ພະນັກງານຫ້ອງການຢູ່ບ່ອນຂ້ອຍເຮັດວຽກ ສ່ວນໃຫຍ່ຮຽນຈົບຈາກ ມຊ. – ຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້ ສ່ວນໃຫຍ່ເປັນຊາວຕ່າງປະເທດ. – ນັກທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ສ່ວນໃຫຍ່ແມ່ນມາຈາກ ສປ ຈີນ. ຄວາມໝາຍຂອງຄຳວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ໃນພາສາລາວ?

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page