top of page
Search

​ຄຳ​ວ່າ ປະ​ຈານ ແລະ ວິ​ຈານ ມີຄວາມ​ໝາຍແບບໃດ​

  • Writer: Superphil Phil
    Superphil Phil
  • May 26, 2020
  • 1 min read

ພາ​ສາ​ລາວ​ຄຳ​ວ່າ ປະ​ຈານ ແລະ ວິ​ຈານ ມີ​ຄວາມ​ໝາຍ​ແນວ​ໃດ.

​ຄິດ​ວ່າ​ຫລາຍໆທ່ານເຄີຍໄດ້ຍິນຄຳວ່າ #ປະຈານ ກັບ #ວິຈານ ​ແລະ ເຄີຍ​ໄດ້​ນຳ​ໃຊ້​ມາ​ຢ່າງ​ຫລວງ​ຫລາຍ​ແລ້ວ ທັງ​ເປັນ​ຄຳ​ເວົ້າ ແລະ ໃນ​ທາງ​ການ​ວິ​ພາກວິ​ຈານ​ໃນ​ເລື່ອງ​ລາວ​ຕ່າງໆ​ທີ່​ເກີດ​ຂື້ນ​ກັບ​ສັງ​ຄົມ ແລະ ຊິ​ວິດ​ຕົວ​ຈິງ​ປະ​ຈຳ​ວັນ.



#ແຕ່ເຊື່ອແນ່ນອນວ່າເຄີຍໄດ້ຍິນ ແຕ່ບໍ່ມີໃຜຢາກຖືກປະຈານດອກ ເພາະໃນຄວາມໝາຍ ຄວາມເຂົ້າໃຈຂອງສັງຄົມຄຳວ່າ ປະຈານ ຄືການຫັກໜ້າກັນຢ່າງບໍ່ມີການປານີ, ການເປີດເຜີຍຄວາມຊົ່ວ ກົວຕໍ່ການລົງໂທດທີ່ເຄີຍເຮັດຜິດ(ສະຖາບັນຄົ້ນຄວ້າຯ 2012:592)​


ເມື່ອທຸກຄົນຢ້ານການ #ປະຈານ ຈຶ່ງເຮັດໃຫ້ຄຳວ່າ #ປະຈານ ລາມເຖິງຄຳວ່າ #ວິຈານ ເນື່ອງຈາກທັງສອງຄຳນີ້ລົງທ້າຍຄືກັນ.​


ເມື່ອບາງຄົນຢາກຊີ້ແຈງ, ຢາກສະແດງຄວາມຄິດເຫັນໃນການກະທຳຂອງໃຜຄົນໜຶ່ງ ຫຼື ໃຜຄົນໜຶ່ງກຳລັງຖືກສັງຄົມວິຈານ ຈຶ່ງເຂົ້າວ່ານັ້ນຄືການປະຈານ ແລະສັງຄົມດຽວນີ້ເລີຍເຂົ້າໃຈວ່າ ການວິຈານຄືສິ່ງບໍ່ດີ, ບໍ່ມັກ ບໍ່ສະເພາະແຕ່ບຸກຄົນເທົ່ານັ້ນຍັງລວມໄປເຖິງ ອົງກອນ, ບົດປະພັນວັນນະຄະດີ ລ້ວນແຕ່ບໍ່ມັກຖືກວິຈານ.

ທັງນີ້ກໍເພາະວ່າ ຜູ້ຈະວິຈານຄົນອື່ນກໍສະແດງອອກໃນລັກສະນະດຽວກັບປະຈານ.


ສາເຫດທີ່ພາໃຫ້ເປັນຄືແນວນີ້ກໍເນື່ອງຈາກວ່າ ຄວາມເຂົ້າໃຈພາສາ ແລະການສື່ສານຍັງຢູ່ໃນລະດັບພື້ນຖານ.


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Kommentare


© 2023 by NOMAD ON THE ROAD. Proudly created with Wix.com

bottom of page